ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງບັນຊາການທະຫານແຂວງ ຫຼວງນໍ້າທາ ເຜີຍແຜ່ວຽກງານປະກັນສັງຄົມ

ສະຫາຍ ພັນເອກ ໄມ່ຈັນ ພັດນະລັດ ​ເປັນປະທານກອງປະຊຸມ

     ໃນວັນທີ 4-5 ກັນຍາ 2019 ຜ່ານມານີ້, ກອງບັນຊາການທະຫານແຂວງ ຫຼວງນໍ້າທາ ໄດ້ຈັດຕັ້ງເຜີຍແຜ່ຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດ ກ່ຽວກັບການ
ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະກັນສັງຄົມ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນເອກ ໄມ່ຈັນ ພັດນະລັດ ຫົວໜ້າການເມືອງ ກອງບັນຊາການທະ
ຫານແຂວງ ຫຼງນໍ້າທາ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກົມກອງອ້ອມຂ້າງກອງບັນຊາການເຂົ້າຮ່ວມ.

     ສະຫາຍ ພັນໂທ ວິຖັນ ສີສຸວັນ ຫົວໜ້າພະແນກປະກັນສັງຄົມ ຫ້ອງການເມືອງ ກໍໄດ້ຂຶ້ນເຜີຍແຜ່ ເອກະສານບາງເນື້ອໃນກ່ຽວກັບການອຸດໜູນປະກັນສັງຄົມປະເພດ
ຕ່າງໆ, ການຄຸ້ມຄອງເງິນກອງທຶນ ປະກັນສັງຄົມກອງທັບ ແລະ ວິທີການຈັດຕັ້ງປະຕິບັດໃຫ້ຊັດເຈນຂຶ້ນຕື່ມ ເພື່ອແນໃສ່ໃຫ້ພະນັກງານ-ນັກຮົບ ແລະ ສະມາຊິກປະກັນສັງ
ຄົມມີຄວາມເຂົ້າໃຈທີ່ຖືກຕ້ອງ, ຊັດເຈນ ແລະ ເປັນເອກະພາບໃນ ການຈັດຕັ້ງ ປະຕິບັດໃນທົ່ວກອງທັບ, ການອຸດໜູນປະກັນສັງຄົມປະກອບມີ 9 ປະເພດເປັນຕົ້ນແມ່ນ
ການອຸດໜູນປິ່ນປົວສຸຂະພາບ, ການອຸດໜູນຈາກການສູ້ຮົບ, ຮັບໃຊ້ສູ້ຮົບ, ອຸບັດຕິເຫດແຮງງານ, ພະຍາດ ອາຊີບ, ການປະສູດລູກ, ການເສຍກຳລັງແຮງງານ-ເສຍອົງຄະ,
ການບຳນານ-ບຳເນັດອອກທະຫານ, ການເສຍຊີວິດ, ສະມາຊິກຄອບຄົວຜູ້ປະກັນຕົນ (ໝ້າຍ, ລູກກຳພ້າ, ພໍ່ແມ່, ຜູ້ດູແລ), ປ່ວຍການ, ເຊິ່ງກົດໝາຍວ່າດ້ວຍປະກັນສັງ
ຄົມປະກອບມີ 12 ພາກ, 16 ໝວດ ແລະ 123 ມາດຕາ ເຊິ່ງໃນນີ້ໄດ້ແນະນຳບາງເນື້ອໃນໆ ພາກທີ I, II, III, IV, V, VI, VII ສ່ວນເນື້ອໃນອື່ນໆ. ທີ່ບໍ່ໄດ້ແນະນໍາໃນຄໍາ
ສັ່ງສະບັບນີ້ແມ່ນ ໃຫ້ປະຕິບັດຕາມກົດໝາຍເພາະໄດ້ກຳນົດຈະແຈ້ງແລ້ວ. ທັງນີ້ກໍເພື່ອເຮັດໃຫ້ພະນັກງານ-ສະມາຊິກປະກັນສັງຄົມ ໃນທົ່ວກຳລັງປະກອບອາວຸດທ້ອງຖິ່ນ
ແຂວງ ຫຼວງນໍ້າທາ ໄດ້ຮັບຮູ້-ເຂົ້າໃຈແຈ້ງຕໍ່ວຽກງານປະກັນສັງຄົມ ໃນຖັນແຖວກອງທັບ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມຫຼັກການ.