ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະພາ​ປະຊາຊົນ​ແຂວງ ຫົວພັນ ມອບ​ລົດ​ຕູ້​ຮັບ​ສົ່ງ​ຄົນ​ເຈັບ​ໃຫ້​ໂຮງໝໍທະຫານ​ແຂວງ


ສະພາ​ປະຊາຊົນ​ ແຂວງ ຫົວພັນ ມອບ​ລົດ​​ໃຫຍ່ໃຫ້​ໂຮງໝໍທະຫານ ​ແຂວງ ຫົວພັນ

     ວັນທີ 6 ສິງຫາ 2019 ນີ້ ສະພາປະຊາຊົນແຂວງ ນໍາໂດຍ ສະຫາຍ ຄໍາວອນ ບຸນທະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຫົວພັນ ພ້ອມດ້ວຍຄະ
ນະໄດ້ນໍາເອົາລົດຕູ້ຮັບ- ສົ່ງຄົນເຈັບຈໍານວນ 1 ຄັນ, ມາມອບໃຫ້ໂຮງໝໍທະຫານແຂວງ ຫົວພັນ ເຊິ່ງລົດຄັນດັ່ງກ່າວ ເປັນລົດທີ່ຖືກຊ່ວຍເຫຼືອຈາກເພສັດສະກອນ ເຢິມິນ
ຣັກ ເກົາຫຼີ ແລະ ສ ອາຣຶມດາອູນ ຊາຣາມ ດຶນະຄອນ ບູຊານ ປະເທດ ສ ເກົາຫຼີ. ໂດຍຜ່ານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ່ 8 ສະພາປະຊາຊົນແຂວງ
ຫົວພັນ ນໍາມາມອບໃຫ້ໂຮງໝໍທະຫານແຂວງ ຫົວພັນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການ ຮັບ-ສົ່ງຄົນເຈັບທີ່ເຂົ້າມາປະຖົມພະຍາບານຢູ່ທີ່ໂຮງໝໍທະຫານແຂວງຫົວ
ພັນ. ກ່າວຮັບໂດຍແມ່ນ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຫົວໜ້າ ການທະຫານກອງບັນຊາການທະຫານແຂວງ ຫົວພັນ, ພ້ອມທັງໄດ້ສະແດງຄວາມຮູ້
ບຸນຄຸນຢ່າງສູງຕໍ່ສະພາປະຊາຊົນແຂວງ ຫົວພັນ ທີ່ເອົາໃຈໃສ່ເອື້ອອຳນວຍຄວາມສະດວກທຸກດ້ານໃຫ້ແກ່ໂຮງໝໍທະຫານແຂວງພວກເຮົາ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະສຸມ
ໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ສົມກັບຄວາມໄວ້ເນື້ອເຊື້ອໃຈຂອງການນໍາທຸກຂັ້ນ. ພ້ອມທັງສຸມໃສປົກປັກຮັກສາພາຫະນະທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້
ໃຫ້ນໍາໃຊ້ໄດ້ຍາວນານ ແລະ ຖືກຕ້ອງເໝາະສົມ, ພ້ອມທັງໄດ້ກ່າວມອບຕໍ່ໃຫ້ໂຮງໝໍທະຫານແຂວງ ເປັນຜູ້ນໍາໃຊ້ຕໍ່ໄປ.