ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົ​​ມແຜນທີ່ກອງທັບປະຊາຊົນລາວ ​​ເຂົ້າຢ້ຽມຢາມກອງບັນຊາການທະຫານແຂວງສະຫວັນນະເຂດ


ພັນເອກ ທອງຈັນ ວັນນະສີ ຢ້ຽມຢາມກອງບັນຊາການທະຫານແຂວງ ສະຫວັນນະເຂດ

     ໃນວັນທີ 12 ມີນາ 2019 ຜ່ານມານີ້. ຄະນະກົມແຜນທີ່ກອງທັບປະຊາຊົນລາວ. ເຊິ່ງນຳໂດຍສະຫາຍ ພັນເອກ ທອງຈັນ ວັນນະສີ ຫົວໜ້າກົມແຜນທີ່ກອງທັບ
ພ້ອມຄະນະໄດ້ເຂົ້າຢ້ຽມຢາມກອງບັນຊາການທະ ຫານແຂວງສະຫວັນນະເຂດ. ໂດຍໃຫ້ກຽດຕ້ອນຮັບຂອງສະຫາຍ ພັນເອກ ຂັນທະລີ ທາທິລາດ ຫົວໜ້າການທະຫານ
ກອງບັນຊາການທະຫານແຂວງສະຫວັນນະເຂດ. ພ້ອມຄະນະ ແລະ ພະແນກການທີ່ກ່ຽວຂ້ອງ. ໃນໂອກາດດັ່ງກ່າວນີ້​ ທັງສອງຄະນະກໍໄດ້ໂອ້ລົມປືກສາຫາລືຖອດຖອນ
ບົດຮຽນຮ່ວມກັນກ່ຽວກັບວຽກງານປັບປຸງແຜນຮ່າງ, ແຜນທີ່ໃຫ້ອຸດົມສົມບູນຕາມຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບພາຍໃນແຂວງ ສະຫວັນນະ
ເຂດ. ເພື່ອເພີ່ມທະວີສືບຕໍ່ກວດກາແຜນທີ່ຕ່າງໆໃຫ້ມີຄວາມລະອຽດຖືກຕ້ອງຕາມຫຼັກການທີ່ຈະສ້າງບ້ານປ້ອມທີ່ໝັ້ນສູ້ຮົບຕິດລຽນໃນແຕ່ລະໄລຍະ. ຈາກນັ້ນທັງສອງ
ຄະນະກໍໄດ້ປຶກສາຫາລືວາງທິດທາງແຜນການເປີດຊຸດອົບຮົມວຽກງານແຜນທີ່ປ້ອງກັນຊາດໃຫ້ພະນັກງານ-ນັກຮົບວິຊາສະເພາະຄັ້ງນີ້ໃຫ້ເກີດດອກອອກຜົນ ສະແດງກ່າວ
ຄຳອວຍພອນໄຊອັນປະເສີດເຊິ່ງກັນ ແລະ ກັນ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານທີ່ຂັ້ນເທິງມອບໝາຍໃຫ້.