ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ​ສ່ອງ​ແສງ​ວຽກງານ​ຮອບດ້ານ​ກົມ​ກອງ​ພາກ​ເໜືອ
ປະຈຳ​ໄຕ​ມາດ IV 2019 ຢູ່​ກອງ​ບັນຊາ​ການ​ທະຫານ​ ແຂວງ ​ອຸດົມ​ໄຊ


     ໃນວັນທີ 16 ທັນວາ 2019 ນີ້, ກອງບັນຊາການທະຫານ ແຂວງ ອຸດົມໄຊ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈໍາໄຕມາດ IV
ປີ 2019, ໂດຍ ການເປັນປະທານຂອງ ສະຫາຍ ພົນຕີ ຄຳສີ ວົງຄຳຊາວ ກຳມະການປະຈຳພັກກະຊວງປ້ອງ​ກັນ​ປະ​ເທດ, ຫົວໜ້າ ຫ້ອງວ່າການກະຊວງປ້ອງກັນປະເທດ, ມີ
ສະຫາຍ ປອ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆ ອຸດົມໄຊ, ມີບັນດາຄະນະພັກ- ຄະນະບັນຊາກອງບັນຊາການທະຫານ ແຂວງຜ້ົງສາ
ລີ, ຫຼວງນຳ້ທາ, ບໍ່ແກ້ວ, ອຸດົມໄຊ, ກອງພົນທີ 3 ແລະ ວິຊາການເຂົ້າຮ່ວມ.

     ໃນກອງປະຊຸມແຕ່ລະກົມກອງ ໄດ້ຂຶ້ນລາຍງານສະພາບໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ໂດຍປິ່ນອ້ອມ 4 ໜ້າ
ທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ປະຈຳໄຕມາດ IV ປີ 2019 ແລະ ທິດທາງແຜນການ ປະຈຳໄຕມາດ I ປີ 2020 ເພື່ອສະຫຼຸບລາຍ
ງານຕີລາຄາຄືນດ້ານດີ, ດ້ານອ່ອນ, ພ້ອມທັງວິທີແກ້ໄຂໃນຕໍ່ໜ້າ, ຕີຖອຍໄດ້ທຸກປາກົດການທີ່ເກີດຂຶ້ນໃນສັງຄົມ, ໄປພ້ອມກັບການເຮັດວຽກງານສຶກສາປ້ອງກັນຊາດ
ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈແຈ້ງຕໍ່ກັບແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຂອງທົ່ວປວງຊົນຮອບດ້ານ, ພ້ອມທັງເຄື່ອນໄຫວຕ້ານ-ສະກັດກັ້ນ
ປາກົດການທີ່ກໍໃຫ້ເກີດຄວາມບໍ່ສະຫງົບໃນຂອບເຂດຮັບຜິດຊອບໃຫ້ມີຄວາມສະຫງົບປອດໄພ 100%.

     ໃນຕອນທ້າຍໄດ້ຮັບຟັງການໂອ້ລົມຂອງສະຫາຍ ພົນຕີ ຄຳສີ ວົງຄຳຊາວ ເຊິ່ງໄດ້ຍົກໃຫ້ເຫັນສະພາບການຕ່າງໆຂອງໂລກພາກພື້ນ ແລະ ພາຍໃນທີ່ເກີດຂຶ້ນ, ພ້ອມທັງ
ຮຽກຮ້ອງໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ເຮັດໃຫ້ພະນັກງານ- ນັກຮົບ ເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ, ປະຕິບັດກົດໝາຍຂອງລັດ, ຂອງກອງທັບ
ເຮັດສຳເລັດໜ້າທີ່ ທີ່ໄດ້ມອບໝາຍຈາກຂັ້ນເທິງ, ໂດຍສະເພາະແມ່ນວຽກງານກໍ່ສ້າງຮາກຖານປະຊາຊົນ, ສ້າງບ້ານປ້ອມໝັ້ນ, ກຸ່ມ ບ້ານສູ້ຮົບຕິດລຽນຕິດພັນກັບ 3 ສ້າງ
ຂອງພັກໃນການສ້າງແຂວງເປັນຫົວໜ່ວຍຍຸດທະຍາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ, ໄປຄວບຄູ່ກັບການເຮັດໃຫ້
ມີສະຖຽນລະພາບທາງດ້ານການເມືອງ-ສັງຄົມມີຄວາມສະຫງົບ, ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ, ປົກປັກຮັກສາພາຫະນະເຕັກນິກ, ອາວຸດຍຸດໂທປະ
ກອນຮັບປະກັນໃຫ້ແກ່ການກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ພ້ອມກັນຈັດຕັ້ງເພີ່ມພູນຜະລິດຜົນເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບດີຂຶ້ນ, ໂດຍ
ການປະຕິບັດນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນການຫັນກອງທັບກ້າວຂຶ້ນເປັນກອງທັບປະຕິວັດມີແບບແຜນທີ່ທັນສະໄໝ.