ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະ​ແດງ​ຮັບ​ໃຊ້​ບັ້ນ​ເຝິກ​ແອບ​ຂອງ​ກອງພັນ​ໃຫຍ່ 11


ສະ​ແດງ​ສີ​ລະ​ປະ​ຢູ່ ​ວິທະຍາຄານ​ກົມມະ​ດຳ

     ຄ່ຳຄືນຂອງວັນທີ 10 ພະຈິກ 2019 ນີ້ຢູ່ສະໜາມເຝິກແອບຍິງດ້ວຍລູກປືນແທ້ຂອງ ວິທະຍາຄານກົມມະດໍາ ຄະນະສິລະປະວັນນະຄະດີກອງພັນໃຫຍ່ລົດຕັງຍານ
ເກາະ 661 ແລະ ຄະນະສິລະປະວັນນະຄະດີວິທະຍາຄານກົມມະດຳ ໄດ້ນຳເອົາລາຍການສະແດງປະເພດຕ່າງໆຈຳນວນ 12 ລາຍການມາສະແດງຮັບໃຊ້ບັນດາພະນັກງານ-
ນັກຮົບ ເພື່ອເປັນແຮງຈິດແຮງໃຈໃຫ້ບັ້ນເຝິກແອບຍິງລູກປຶນແທ້ຂອງກອງພັນໃຫຍ່ທີ 11 ປະຈຳປີ 2019 ບັນລຸໝາກຜົນຕາມລະດັບຄາດໝາຍທີ່ວາງໄວ້ ໂດຍການເຂົ້າ
ຮັບຊົມ ຂອງສະຫາຍ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ຄະນະພັກກົມໃຫຍ່ເສນາທິການກອງທັບ ຫົວໜ້າ ກົມລົດຕັງຍານເກາະ, ມີສະຫາຍ ພັນເອກ ກົງທອງ ສຸຂະວົງ
ເລຂາຄະນະພັກ ຫົວໜ້າ ການທະຫານກອງພັນໃຫຍ່ 11, ມີຄະນະພັກ-ຄະນະອຳນວຍການວິທະຍາຄານກົມມະດຳ ແລະ ພ້ອມດ້ວຍແຂກທີ່ຖືກເຊີນຕະຫຼອດຮອດພະນັກ
ງານ-ນັກຮົບພາຍໃນເຂົ້າຮ່ວມ.

     ຈຸດປະສົງກໍ່ເພື່ອເປັນການສ້າງບັນຍາກາດໃຫ້ມີຄວາມຄືກຄື້ນມ່ວນຊື່ນ ແລະ ທັງເປັນການປຸກລະດົມຊຸກຍູ້ກຳລັງໃຈໃຫ້ຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກ
ງານ-ນັກຮົບ ທີ່ກຳລັງເຝິກແອບຍິງລູກປືນແທ້ຢູ່ໃນພາກສະໜາມຂອງກອງພັນໃຫຍ່11 ຄັ້ງນີ້ປະສົບຜົນສຳເລັດ ເຊິ່ງບັນດາລາຍການທີ່ນຳມາສະແດງໃນຄັ້ງນີ້ລວມມີ 12
ລາຍກາຍ ແຕ່ລະລາຍການກໍລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນຕົ້ນກຳເນີດປະຫວັດມູນເຊື້ອ, ການເຕີບໃຫຍ່ຂະຍາຍຕົວຂອງ ກອງທັບປະຊາຊົນລາວ ແຕ່ອາດີດຈົນເຖິງປັດ
ຈຸບັນ, ເຊິ່ງບັນຍາກາດການສະແດງເຕັມໄປດ້ວຍສຽງໂຮ່ຮ້ອງຕົບມືຊົມເຊີຍຢ່າງສະໜັ່ນຫວັ່ນໄຫວຂອງຜູ້ເຂົ້າ ຮ່ວມຮັບຊົມຢ່າງຄຶກຄື້ນມ່ວນຊື່ນ.