ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ​ສູນ​ບັນຊາ​ການ ການ​ຮຽນ-ການ​ສອນ ​ແລະ
ສະໜາມຍິງ​ປືນ​ໃຫ້​ໂຮງຮຽນກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ


ມອບ-ຮັບ​ສູນ​ບັນຊາ​ການ ການ​ຮຽນ-ການ​ສອນ ​ແລະ ສະໜາມຍິງ​ປືນ​ໃຫ້​ໂຮງຮຽນກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ

     ພິທີມອບ-ຮັບສູນບັນຊາການຮຽນ-ການສອນ ແລະ ສະໜາມຍິງປືນໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຈັດຂຶ້ນໃນວັນທີ 10 ຕຸລາ 2019 ຜ່ານມານີ້, ໂດຍ
ການເຂົ້າຮ່ວມຂອງ ສະຫາຍ ພັນເອກ ພູເວີນ ວົງຄໍາຊາວ ຫົວໜ້າ ການເມືອງໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊພ້ອມຄະນະ, ສະຫາຍ ພົນຈັດຕະວາ ດວ່ານ ກ່ຽວ
ຮອງກອງບັນຊາການທະຫານເຂດ 5 ພ້ອມຄະນະ​.

     ສະຫາຍ ພັນເອກ ຟ້າມ ແອັງ ຕ໋ວນ ອໍານວຍການບໍລິສັດມິດຕະພາບ 206 ທະຫານເຂດ 5 ກອງທັບ ສສ ຫວຽດນາມພ້ອມຄະນະ ແລະ ພະນັກງານທີ່ກ່ຽວຂ້ອງທັງ 2
ຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

     ສະຫາຍ ພັນເອກ ຟ້າມ ແອັງ ຕ໋ວນ ອໍານວຍການບໍລິສັດມິດຕະພາບ 206 ທະຫານເຂດ 5 ກອງທັບ ສສ ຫວຽດນາມ ໄດ້ກ່າວວ່າ: ນັບແຕ່ມື້ເລີ່ມກໍ່ສ້າງສູນບັນຊາ
ການຮຽນ-ການສອນ ແລະ ສະໜາມຍິງເບຍປິດ-ເປີດນັບແຕ່ວັນທີ 7 ມີນາ 2019 ເປັນຕົ້ນມາ. ໃນປີ 2019 ນີ້ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ​ໄດ້ມອບໝາຍ
ໃຫ້ກອງບັນຊາການທະເຂດ 5 ກອງທັບປະຊາຊົນຫວຽດນາມ ກໍ່ສ້າງສູນບັນຊາການຮຽນ-ການສອນ ແລະ ສະໜາມຍິງເບຍປິດ-ເປີດໃຫ້ໂຮງຮຽນວຽງໄຊ. ໂດຍທຶນຊ່ວຍ
ເຫຼືອຈາກກະຊວງປ້ອງກັນປະເທດກອງທັບປະຊາຊົນ ຫວຽດນາມ ມູນຄ່າ 8 ຕື້ກວ່າດົ້ງ. ເຊິ່ງເປັນອາຄານ 2 ຊັ້ນ, ກວ້າງ - ຍາວ 25 x 15 ແມັດ, ປະກອບມີ 5 ຫ້ອງການ
ແລະ 4 ຫ້ອງນໍ້າ, ມຸງດ້ວຍສັງກະສີອາລູຊິງ, ເຄື່ອງຄວບຄຸມສູນບັນຊາຄົບຊຸດ , ເປັນຕົ້ນແມ່ນຄອມພິວເຕີຕັ້ງໂຕະກັບກ້ອງປິນເຕີ 10 ໜ່ວຍ, ແອເຢັນ 12.000 BTU 8
ໜ່ວຍ, ເຄື່ອງສຽງຫ້ອງປະຊຸມ, ກ້ອງ Camera ພ້ອມອຸປະກອນ 10 ຊຸດ, ກ້ອງຖ່າຍເບີ່ໂຣແຈນເຕີ ພ້ອມອຸປະກອນ 1 ຊຸດ, ໂທລະທັດ 50 ນິ້ວ 2 ໜ່ວຍ, ໂຕະ, ຕັ່ງຫ້ອງ
ປະຊຸມ ແລະ ຕູ້ໃສ່ເຄື່ອງ 1 ຊຸດ ໂດຍແມ່ນກອງບັນຊາການທະຫານເຂດ 5 ກອງທັບປະຊາຊົນຫວຽດນາມ, ມອບໃຫ້ບໍລິສັດມິດຕະພາບ 206 ເປັນຜູ້ຮັບເໝົາກໍ່ສ້າງ. ເຊິ່ງ
ການກໍ່ສ້າງໄດ້ເຮັດສໍາເລັດກ່ອນແຜນການທີ່ໄດ້ກໍານົດໄວ້ 1 ເດືອນ. ກ່າວມອບໂດຍສະຫາຍ ພົນຈັດຕະວາ ດວ່ານ ກ່ຽວ ຄະນະປະຈໍາພັກເຂດຮອງກອງບັນຊາການທະ
ຫານ ເຂດ 5 ໄດ້ຂຶ້ນກ່າວມອບ ແລະ ກ່າວຮັບໂດຍສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າ ການທະຫານໂຮງຮຽນດັ່ງກ່າວ.