ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສາງ ອ 4 ມອບ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກຊ່ວຍ​ເຫຼືອຜູ້​ປະສົບ​ໄພ​ນ້ຳ​ຖ້ວມ

ພັນ​ໂທ ກິ​ແກ້ວ ສີນ​ພາດາ ພ້ອມ​ດ້ວຍ​ຄະນະ ມອບ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​

     ວັນທີ 12 ກັນຍານີ້, ຄະນະພັກ-ຄະນະບັນຊາ ສາງ ອ 4 ໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ຈຳນວນໜຶ່ງ​ໄປ​ຊ່ວຍ​ເຫຼືອຜູ້​ປະສົບ​ໄພ, ໃນນັ້ນມີເຂົ້າສານຈຳນວນ 2 ເປົາ
( 100 ກິໂລ ກຣາມ), ນໍ້າດື່ມບໍລິສຸດຈຳນວນ 20 ແພັກ ແລະ ເງິນສົດ 520.000 ກີບ ໄປມອບໃຫ້ຫ້ອງວ່າການປົກຄອງເມືອງ ເມືອງ ອຸທຸມພອນ, ແຂວງ ສະຫວັນນະ
ເຂດ ທີ່ເຮັດໜ້າທີ່ເປັນສູນກາງໃນການຮັບ-ບໍລິຈາກເຄື່ອງຊ່ວຍເຫຼືອໃຫ້ແກ່ຜູ້ປະສົບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງ ເຊໂປນ, ເມືອງ ຈຳພອນ, ແຂວງ ສະຫວັນນະເຂດ.

     ສະຫາຍ ພັນໂທ ກິແກ້ວ ສິນພາດາ ແລະ ສະຫາຍ ພັນຕີ ສອນປະເສີດ ຄຳມະວົງ ຫົວໜ້າການເມືອງ ແລະ ຫົວໜ້າ ການທະຫານ ສາງ ອ 4 ໃຫ້ຮູ້ວ່າ: ພໍຮູ້ຂ່າວກ່ຽວ
ກັບໄພພິບັດນໍ້າຖ້ວມຢູ່ 6 ແຂວງ ພາກກາງ ແລະ ພາກໃຕ້, ຄະນະພັກ-ຄະນະບັນຊາກົມກອງໄດ້ຈັດກອງປະຊຸມປຶກສາຫາລື ແລະ ເອກະພາບການຊ່ວຍເຫຼືອພໍ່ແມ່ພີ່ນ້ອງປະ
ຊາຊົນ ໂດຍໄດ້ນຳໃຊ້ເງິນຄັງຂອງກົມກອງຈຳນວນໜຶ່ງ ບວກກັບການປຸກລະດົມການຊ່ວຍເຫຼືອຂອງພະນັກງານ-ນັກຮົບໃນກົມກອງ ສາມາດທ້ອນໂຮມໄດ້ວັດຖຸປັດໄຈ
ຈຳນວນໜຶ່ງ ມາມອບໃຫ້ສູນຮັບບໍລິຈາກເຄື່ອງຊ່ວຍເຫຼືອເພື່ອແບ່ງເບົາຄວາມສູນເສຍ ແລະ ຊ່ວຍຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ໂອກາດດັ່ງກ່າວ ທ່ານ
ໂພໄຊ ອິນທະວົງສາ ຮອງເຈົ້າເມືອງໆ ອຸທຸມພອນ ໄດ້ຕາງໜ້າໃຫ້ປະຊາຊົນຜູ້ປະສົບໄພກ່າວຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ພ້ອມທັງຢືນຢັນຈະນຳເອົາວັດຖຸປັດໃຈດັ່ງກ່າວໄປ
ຊ່ວຍເຫຼືອປະຊາຊົນຕາມເປົ້າໝາຍ.