ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ພັນ​​ໃຫ່ຍ 642 ​​ມອບ​​ລົດໄຖນານ້ອຍໃຫ້ກອງຮ້ອຍສູນບັນຊາ


ສະຫາຍ ພັນເອກ ແສງມະນີ ວອນຄຳມະນີຫົວໜ້າ ການເມືອງກອງພັນໃຫຍ່ 642ມອບລົດໄຖນານ້ອຍກອງຮ້​​ອຍ

     ໃນຕົ້ນເດືອນມີນາ 2019 ຜ່ານມານີ້, ສະຫາຍ ພັນເອກ ແສງມະນີ ວອນຄຳມະນີ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 642 ໄດ້ມອບລົດໄຖນານ້ອຍ
ຈຳນວນ 1 ຄັນມູນຄ່າ 22 ລ້ານກວ່າກີບມາມອບໃຫ້ ກອງຮ້ອຍສູນບັນຊາທີ່ຂຶ້ນກັບກອງພັນໃຫຍ່ 642 ເພື່ອນຳໃຊ້ເຂົ້າໃນວຽກງານຜະລິດປູກຝັງ-ລ້ຽງສັດຂອງກົມກອງ,
ເຊິ່ງ ລົດໄຖນານ້ອຍດັ່ງກ່າວແມ່ນ ທ່ານ ນາງປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດນຳມາມອບໃຫ້ກອງພັນໃຫຍ່ 642, ສະນັ້ນຈຶ່ງໄດ້ມອບຕໍ່ໃຫ້ກົມກອງຮາກຖານຂອງ
ຕົນນຳໃຊ້ເຂົ້າໃນວຽກງານການຜະລິດເພື່ອປັບປຸງຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ, ກ່າວຮັບໂດຍສະຫາຍ ພັນໂທ ນິກອນ ພົງສະຫວັດ ຫົວໜ້າການທະຫານ
ກອງຮ້ອຍດັ່ງກ່າວ ແລະ ສະຫາຍຍັງໄດ້ກ່າວສະແດງຄວາມຮູ້ບຸນຄຸນມາຍັງການນຳພັກ-ລັດຍາມໃດກໍ່ເປັນຫ່ວງເປັນໃຍຕໍ່ກອງທັບປະຊາຊົນລາວ ເວົ້າລວມເວົ້າສະເພາະກໍ
ຄືກອງພັນໃຫຍ່ 642 ໂດຍສະເພາະກອງຮ້ອຍສູນບັນຊາທີ່ຂຶ້ນກັບກອງພັນໃຫຍ່ 642 ແລະ ໃຫ້ຄຳໝັ້ນສັນຍາວ່າຈະປົກປັກຮັກສາ ແລະ ນຳໃຊ້ເຂົ້າໃນວຽກງານທຳການ
ຜະລິດໃຫ້ໄດ້ຍາວນານ ແລະ ເກີດປະໂຫຍດສູງສຸດ.