ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍສິລະປະບັນດາ​ກົມ​ກອງ​ຕ່າງໆສະ​ແດງ​ຊົມ​ເຊີຍ​ ການ​ຊ້ອມ​ຮົບ​ຮ່ວມ​ລົດ​ຕັງ-ຍານ​ເກາ​ະ


ສະ​ແດງ​ສີ​ລະ​ປະ-ວັນນະ​ຄະດີ ເພື່ອສ້າງສີສັນໃຫ້ມີບັນຍາກາດເບີກບານມ່ວນຊື່ນ

     ໃນລະຫວ່າງວັນທີ 10-14 ທັນວາ 2019 ນີ້, ໜ່ວຍສິລະປະ-ວັນນະຄະດີສະໝັກຫຼິ້ນ ຈາກ 4 ຫົວໜ່ວຍກົມກອງ, ໃນນັ້ນມີໜ່ວຍສິລະປະ-ວັນນະຄະດີສະໝັກຫຼິ້ນ
ກອງພັນໃຫຍ່ 661, ກອງບັນຊາ ການທະຫານແຂວງ ຊຽງຂວາງ, ກອງພັນໃຫຍ່ 643 ແລະ ໜ່ວຍສິລະປະ-ວັນນະຄະດີສະໝັກຫຼິ້ນ ກອງພັນໃຫຍ່ 702 ໄດ້ນຳເອົາບັນ
ດາລາຍການສະແດງຂອງຕົນ (ປະກອບມີຂັບລຳທ້ອງຖິ່ນ, ຮ້ອງເພງ, ຟ້ອນ) ມາສະແດງຊົມເຊີຍ ເພື່ອສ້າງສີສັນໃຫ້ມີບັນຍາກາດເບີກບານມ່ວນຊື່ນ ໃນໂອກາດທີ່ລາວ
ເຮົາເປັນເຈົ້າພາບການຊ້ອມຮົບຮ່ວມ ລົດຕັງ-ຍານເກາະ ກອງທັບ ລາວ-ຣັດເຊຍ “ລາໂຣດສ໌ 2019” ທີ່ໂຮງຮຽນການທະຫານ ທ້ອງຖິ່ນ ກອງບັນຊາການທະຫານແຂວງ
ຊຽງຂວາງ, ເຊິ່ງມີຄະນະຮັບຜິດຊອບຊີ້ນໍາການຊ້ອມຮົບ, ນາຍ ແລະ ພົນທະຫານກອງທັບປະຊາຊົນ ລາວ-ຣັດເຊຍ ແລະ ພໍ່ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມຮັບຊົມ
ຢ່າງຫຼວງຫຼາຍ.

     ສະຫາຍ ພັນເອກ ຄຳຂື່ນ ເລີດສະໄຫວ ຮອງຫົວໜ້າ ກົມໂຄສະນາອົບຮົມກົມໃຫຍ່ການເມືອງ ກອງທັບ, ອານຸກຳມະການ ການເມືອງປະຈຳພາກສະໜາມ, ໄດ້ກ່າວ
ຕ້ອນຮັບ ແລະ ຮັບຊົມລາຍ ການສະແດງສິລະປະ-ວັນນະຄະດີສະໝັກຫຼິ້ນຂອງບັນດາກົມກອງ ທີ່ນຳມາສະແດງໃນແຕ່ລະຄໍ່າຄືນ, ໃນນີ້ແຕ່ລະລາຍຂອງແຕ່ລະກົມກອງ
ນັ້ນໄດ້ສະແດງໃຫ້ເຫັນເຖິງມູນເຊື້ອຂອງການປະຕິວັດ ແລະ ຮີດຄອງປະເພນີອັນດີງານຂອງປະຊາຊົນລາວບັນດາເຜົ່າ, ເປັນຕົ້ນແມ່ນເນື້ອຮ້ອງທຳນອງເພງ, ວາດຟ້ອນຕະ
ຫຼອດຮອດຮອຍຍິ້ມຂອງນັກສະແດງນັ້ນຈະເປັນບັນຍາກາດກະຕຸກຊຸກຍູ້ກຳລັງໃຈໃຫ້ນາຍ ແລະ ພົນທະຫານຂອງສອງກອງທັບ ລາວ-ຣັດເຊຍ ພ້ອມກັນຜ່ານຜ່າຄວາມ
ຫຍຸ້ງຍາກໃນການເຝິກແອບຊ້ອມຮົບ ເຮັດໃຫ້ການຊ້ອມຮົບຮ່ວມໃນຄັ້ງນີ້ມີຜົນສຳເລັດອັນຈົບງາມ.