ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ພົນ​ທີ 4 ສຸມ​ໃສ່​ຂະ​ບວນການ​ອານາ​ໄມ


ສ້າງຂະບວນການອານາໄມລວມ

     ໃນຕົ້ນເດືອນ ຕຸລາ 2019 ຜ່ານມານີ້, ກອງພົນທີ 4 ໄດ້ຈັດຕັ້ງສ້າງຂະບວນການອະນາໄມ ລວມທົ່ວກົມກອງ ພາຍໃຕ້ການ ຊີ້ນຳ-ນຳພາ ຈາກຄະນະພັກ-ຄະນະບັນ
ຊາຂອງກອງພົນທີ 4, ມີພະນັກງານນັກຮົບທົ່ວອົງການ 5 ຫ້ອງ ເຂົ້າຮ່ວມຂະບວນການ ຢ່າງຟົດຟື້ນ.

     ສໍາຫຼັບການສ້າງຂະບວນການອານາໄມລວມໃນຄັ້ງນີ້ ເປັນຕົ້ນແມ່ນ: ຕັດຫຍ້າ, ຖາງປ່າໄມ້ນ້ອຍໃຫຍ່, ຮານງ່າໄມ້ທີ່ກີດຂວາງ, ເກັບຂີ້ເຫຍື້ອ, ອະນາໄມຄອງລະບາຍ
ນ້ຳ, ເສຍຫຍ້າຕົ້ນດອກໄມ້-ພູນດິນ-ໃສ່ຝຸ່ນ-ຫົດນ້ຳ, ລ້າງຫ້ອງນ້ຳ, ຖູຟື້ນສະໂມສອນ ແລະ ອື່ນໆ, ຂະບວນການດັ່ງກ່າວບໍ່ພຽງແຕ່ມື້ດຽວເທົ່ານັ້ນຍັງໄດ້ຖືເອົາທຸກໆ ວັນ
ສຸກ ຂອງອາທິດເປັນມື້ອານາໄມລວມໝົດ ອົງການ 5 ຫ້ອງ. ທັງນີ້ກໍເພື່ອເປັນການອານາໄມສະຖານທີ່ ໃຫ້ມີສີສັນເປັນລະບົບລະບຽບ, ມີຄວາມສະອາດງາມຕາ, ສ້າງສະ
ພາບແວດລ້ອມອ້ອມຂ້າງ ຕາມຫ້ອງການ, ຄຽງຄູ່ກັນນີ້ກໍເປັນການສ້າງໂອກາດທີ່ດີໃຫ້ພະນັກງານ-ນັກຮົບມີຄວາມສາມັກຄີພາຍໃນໝູ່ຄະນະເປັນປຶກແຜ່ນແນໃສ່ເພື່ອຂໍ່າ
ນັບຮັບຕ້ອນວັນສໍາຄັນຕ່າງໆເປັນຕົ້ນ, ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກອງພົນທີ 4, ວັນສ້າງຕັ້ງກອງພົນ ແລະ ວັນຊາດທີ 2 ທັນວາ ທີ່ຈະໝູນວຽນມາບັນ
ຈົບຄົບຮອບໃນມໍ່ໆນີ້ໃຫ້ມີສີສັນຢ່າງສະຫງ່າຜ່າເຜີຍ ແລະ ສໍາເລັດໄປຢ່າງຈົບງາມ.