ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 605 ບໍລິຈາກ​ເລືອດ​ ​ເພື່ອ​ຊ່ວຍ​ເຫຼືອສັງຄົມ


ບໍລິຈາກ​ເລືອດ​ ​ເພື່ອ​ຊ່ວຍ​ເຫຼືອສັງຄົມ

     ວັນທີ 11 ກັນຍາ 2020 ນີ້, ສູນເລືອດແຫ່ງຊາດ ອົງການກາແດງລາວ ເຄື່ອນໄຫວຮັບບໍລິຈາກເລືອດຢູ່ ກອງພັນໃຫຍ່ 605 ເຊິ່ງນຳໂດຍ ສະຫາຍ ແພງທອງ ບານ
ຈັນທະວົງ ຮອງຫົວໜ້າ ສູນເລືອດແຫ່ງຊາດ ພ້ອມດ້ວຍຄະນະວິຊາການ, ມີສະຫາຍ ພັນໂທ ລາຕິ ຮັກປະຊາ ຄະນະພັກ ຫົວໜ້າ ພະແນກພະລາທິການກອງພັນໃຫຍ່ 605,
ມີຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວກອງພັນໃຫຍ່ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

     ສະຫາຍ ແພງທອງ ບານຈະທະວົງ ໄດ້ຂຶ້ນຜ່ານຈຸດປະສົງໃນການເຄື່ອນໄຫວບໍລິຈາກເລືອດໃນຄັ້ງນີ້, ໂດຍປະຕິບັດຕາມແຈ້ງການຂອງນາຍົກລັດຖະມົນຕີ ວ່າດ້ວຍ
ການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19, ພະຍາດໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍ ທີ່ພວມແຜ່ລະບາດຢູ່ໃນປະ
ເທດເຮົາໃນປັດຈຸບັນ ແລະ ອຸບັດຕິເຫດຕ່າງໆ ທີ່ຕ້ອງການເລືອດຢຸ່ຕາມໂຮງໝໍແຫ່ງຕ່າງໆ. ຈາກນັ້ນ, ພະນັກງານ-ນັກຮົບ ກໍໄດ້ສະໝັກໃຈເຂົ້າຮ່ວມບໍລິຈາກເລືອດ ເພື່ອ
ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນໂດຍບໍ່ຫວັງສິ່ງຕອບແທນໃດໆ ໃນນີ້, ມີຜູ້ເຂົ້າຮ່ວມບໍລິຈາກເລືອດ ທັງໝົດ 41 ສະຫາຍ, ໄດ້ເລືອດຕົວຈິງ 35 ຖົງ.