ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 3 ປາຖະກະຖາວັນຄ້າຍວັນເກີດຂອງປະທານ ສຸພາ ນຸວົງ


ສະຫາຍ ພັນເອກ ກິ່ງແກ້ວ ອຸ່ນມະນີວົງ ເຂົ້າຮ່ວມປາຖະກະຖາວັນຄ້າຍວັນເກີດຂອງປະທານ ສຸພາ ນຸວົງ

     ວັນທີ 11 ກໍລະກົດ 2019 ນີ້ ກອງພົນທີ 3 ໄດ້ຈັດຕັ້ງປາຖະກະຖາວັນຄ້າຍວັນເກີດຂອງປະທານ ສຸພາ ນຸວົງ ຜູ້ນຳທີ່ແສນເຄົາຮົບຮັກຂອງປວງຊົນລາວທັງຊາດ ( 13
ກໍລະກົດ 1909 -13 ກໍລະກົດ 2019) ຄົບຮອບ 110 ປີຢູ່ທີ່ສະໂມສອນຂອງຕົນ ໂດຍການເຂົ້າຮ່ວມຂອງສະຫາຍ ພັນເອກ ກິ່ງແກ້ວ ອຸ່ນມະນີວົງ ຄະນະພັກກອງພົນ, ຫົວ
ໜ້າຫ້ອງເສນາທິການກອງພົນທີ 3, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງພົນທີ 3 ເຂົ້າຮ່ວມຢ່າງພ້ອມພຽງ.

     ໃນໂອກາດດັ່ງກ່າວສະຫາຍ ພັນເອກ ກິ່ງແກ້ວ ອຸ່ນມະນີວົງ ກໍໄດ້ເລົ່າຄືນປະຫວັດຄວາມເປັນມາ ແລະ ມູນເຊື້ອອັນສະຫງ່າອົງອາດຂອງປະທານ ສຸພາ ນຸວົງ ທີ່ໄດ້ປະ
ກອບສ່ວນເຂົ້າໃນພາລະກິດຕໍ່ສູ້ເພື່ອປົດປ່ອຍປະເທດຊາດ, ປະທານ ສຸພາ ນຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ທີ່ນະຄອນຫຼວງພະບາງ, ເຊິ່ງກຳເນີດໃນຄອບຄົວເຊື້ອ
ເຈົ້າ, ເມື່ອເຍົາໄວ ປະທານ ສຸພາ ນຸວົງ ໄດ້ເອົາໃຈໃສ່ສຶກສາຮໍ່າຮຽນຈົນກາຍເປັນນັກຮຽນດີຮຽນເກັ່ງຂອງໂຮງຮຽນ ແລະ ສືບຕໍ່ຮຽນວິຊາຊີບຢູ່ຕ່າງປະເທດ, ທັງໄດ້ປະກອບ
ສ່ວນຢ່າງຕັ້ງໜ້າເຂົ້າຮ່ວມໃນການເຕົ້າໂຮມຄວາມສາມັກຄີ ແລະ ນຳພາປວງຊົນລາວຕໍ່ສູ້ກັບຈັກກະພັດຕ່າງດ້າວຈົນຍາດໄດ້ໄຊຊະນະ, ປະທານ ສຸພາ ນຸວົງ ເປັນວິລະບູ
ລຸດຂອງຊາດຜູ້ເກັ່ງກ້າ, ເປັນນັກປະຕິວັດທີ່ກ້າແກ່ນ, ຍອມເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອສ່ວນລວມ ​ເຊິ່ງ​ເປັນ​ທີ່​ຮູ້ຈັກ​ກັນ​ໃນ​ນາມ “ ​ເຈົ້າ​ຊາຍ​ແດງ ” ແລະ ເປັນຜູ້
ນຳທີ່ເຄົາຮົບຮັກຂອງປວງຊົນລາວທັງຊາດຕະຫຼອດມາ. ການປາຖະກະຖາໃນຄັ້ງນີ້ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບພາຍໃນກອງພົນທີ 3 ໄດ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງ
ຕໍ່ວິລະກຳອັນລ້ຳເລີດເຫັນໄດ້ຄຸນງາມຄວາມດີຂອງບັນພະບູລຸດແລ້ວຍັງເປັນການປູກຈິດສຳນຶກອັນດີງາມໃຫ້ແກ່ພະນັກງານ-ນັກຮົບໃນກົມກອງ ແລະ ພ້ອມກັນເສີມຂະ
ຫຍາຍມູນເຊື້ອດັ່ງກ່າວຕື່ມອີກ.