
ກຳລັງໃຈຈາກແນວຫຼັງ

  ສະຫາຍ ພັນໂທ ຄຳກົດ ອີນສີນາ ພ້ອມດ້ວຍຄະນະລົງມອບເຄື່ອງອຸປະໂພກ-ບໍລິໂພກ
     ໃນຕົ້ນເດືອນ ກັນຍາ ນີ້ ອົງການຈັດຕັ້ງມະຫາຊົນກອງພົນທີ 5 ເຊິ່ງນຳໂດຍ ສະຫາຍ ພັນໂທ ຄຳກົດ ອີນສີນາ ຮອງຫົວໜ້າ ຫ້ອງການເມືອງ ພ້ອມດ້ວຍພະແນກການ,
  ພະນັກງານ-ນັກຮົບ ໄດ້ລົງເຄື່ອນໄຫວຊຸກຍູ້ໃຫ້ກຳລັງໃຈອ້າຍນ້ອງທີ່ກຳລັງປະຕິບັດໜ້າທີ່ເຝິກແອບຮໍ່າຮຽນພາກປະຕິບັດຕົວຈິງ. ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ
  ສີປະເສີດ ເຜີຍຄຳສີງ ຫົວໜ້າຫ້ອງການເມືອງຜູ້ຊີ້ນຳການເຝິກແອບ ພ້ອມດ້ວຍພະນັກງານທີ່ເຂົ້າຮ່ວມການເຝິກແອບໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ.
     ໃນໂອກາດນີ້ສະຫາຍ ພັນໂທ ຄຳກົດ ອີນສີນາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຊີ້ ນຳພາກສະໜາມທີ່ໄດ້ໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ,  ພ້ອມທັງອວຍ
  ພອນແດ່ພະນັກງານ-ນັກຮົບ ທຸກສະຫາຍສຸມຈິດສຸມໃຈເຂົ້າໃນການເຝິກແອບດ້ວຍຄວາມເອົາໃຈໃສ່  ເພື່ອເຮັດໃຫ້ ການເຝິກແອບຮໍ່າຮຽນຄັ້ງນີ້ບັນລຸໄດ້ຕາມຈຸດປະສົງ
  ຄາດໜາຍ, ໃນໂອກາດດັ່ງກ່າວ  ກໍຍັງໄດ້ເອົາ ເຄື່ອງອຸປະໂພກ-ບໍລິໂພກເຊັ່ນ:ສະບູ, ໜີ່ໄວໆ, ປາກະປ໋ອງ, ນໍ້າດື່ມ, ປາແຫ້ງ, ພືດຜັກຊະນິດຕ່າງໆ ລວມມູນຄ່າ 6 ລ້ານກວ່າ
  ກີບ ມາມອບໃຫ້,  ພ້ອມທັງໄດ້ນຳເອົາສິລະປະສະໝັກຫຼິ້ນກອງພົນທີ 5 ໄປສະແດງຮັບໃຊ້ນຳອີກ. ການລົງເຄື່ອນໄຫວເທື່ອນີ້  ກໍເພື່ອເປັນການກະຕຸກຊຸກຍູ້ຂວັນກຳລັງໃຈ
  ອ້າຍນ້ອງໃຫ້ມີຄວາມຫ້າວຫັນຜ່ານຜ່າຄວາມຫຍຸ້ງຍາກ ພ້ອມທັງສ້າງຄວາມເບີກບານມ່ວນຊື່ນ ພາຍຫຼັງທີ່ອິດເມື່ອຍຈາກການເຝິກແອບ.