ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ວິທະຍຸ-​ໂທລະພາບ ​ແລະ ກອງພັນ 425 ​ແຂ່ງຂັນ​ເຕະບານ​ມິດຕະພາບ


ຂະ​ບວນການ​ແຂ່ງຂັນ​ກິລາ​​ເຕະບານມິດຕະພາບ

     ໃນວັນທີ 8 ສິງຫາ 2019 ນີ້, ຢູ່ເດີ່ນກີລາກອງພັນ 425, ກອງ ວິທະຍຸ-ໂທລະພາບກອງທັບ ແລະ ກອງພັນ 425 ໄດ້ຈັດກິດຈະກຳແຂ່ງຂັນກີລາເຕະບານມິດຕະພາບ
ຮ່ວມກັນ ໂດຍມີສະຫາຍ ພັນໂທ ສົມພົງ ແກ່ນມະນີສົດ ຮອງຫົວໜ້າ ອຳນວຍການກອງວິທະຍຸ-ໂທລະພາບ ແລະ ສະຫາຍ ພັນໂທ ຄຳໄຫວ ແກ້ວປະເສີດ ຫົວໜ້າ ການ
ເມືອງກອງພັນ 425, ມີຄະນະພັກ-ຄະນະບັນຊາທັງສອງກົມກອງເຂົ້າຮ່ວມ.

     ການແຂ່ງຂັນກີລາເຕະບານມິດຕະພາບໃນຄັ້ງນີ້ ກໍເພື່ອເປັນການສ້າງຂະບວນການຂໍ່ານັບ ຮັບຕ້ອນວັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບໃຫ້ມີບັນຍາກາດຟົດ
ຟື້ນ ທັງເປັນການຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງກົມກອງກັບກົມກອງ ໃຫ້ແໜ້ນແຟ້ນເລິກເຊິ່ງ ແລະ ເປັນການສົ່ງເສີມທັກສະນັກກີລາຜູ້ທີ່ມີພອນສະຫວັນ,
ເຕັກນິກການຫຼິ້ນກີລາ ເພື່ອກຽມພ້ອມເຂົ້າ ຮ່ວມແຂ່ງຂັນໃນງານສຳຄັນຕ່າງໆຂອງກະຊວງປ້ອງກັນປະເທດຈັດຂຶ້ນ, ທັງເຮັດໃຫ້ສຸຂະພາບຂອງພະນັກງານ-ນັກຮົບມີຄວາມ
ແຂງແຮງ ກຽມພ້ອມເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ຂັ້ນເທິງມອບໝາຍ.