ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິຊາ​ສະ​ເພາະ​ກໍ​ດີ ການ​ເພີ່ມ​ພູນ​ກໍ​ເດັ່ນ


     ເມື່ອເວົ້າເຖິງພະນັກງານ-ນັກຮົບ ຜູ້ທີ່ມີຄວາມບຸກບືນ ແລະ ຫ້າວຫັນ ຄຽງຄູ່ກັບການປະຕິບັດມະຕິຄໍາສັ່ງຂອງຂັ້ນເທິງ ແລະ ໜ້າທີ່ຄວາມຮັບຜິດຊອບ
ຂອງຕົນນັ້ນ ສະຫາຍ ວາທີ ຄໍາສຸກ ດາລາວົງ ສັງກັດຢູ່ກອງຮ້ອຍ 3 ກອງພັນ 794 ກອງພັນໃຫຍ່ 279 ແມ່ນນັກຮົບຜູ້ດີເດັ່ນດ້ານການປູກຝັງ-ລ້ຽງສັດ
ສ້າງເສດຖະກິດ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງຕົນເອງໃຫ້ດີຂຶ້ນເປັນກ້າວໆ, ໂດຍປະຕິບັດຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ
ແຂງດ້ວຍຕົນເອງ.ໂດຍບໍ່ອາໄສຮ່ວງເງິນເດືອນ ຈາກຂັ້ນເທິງພຽງຢ່າງດຽວ. ໃນນັ້ນ, ສະຫາຍ ວາທີ ຄໍາສຸກ ດາລາວົງ ເປັນບຸກຄົນໜຶ່ງທີ່ເປັນແບບຢ່າງໃນ
ການປູກຝັງ-ລ້ຽງສັດ ເພື່ອສ້າງລາຍຮັບໃຫ້ແກ່ຕົນເອງ, ເຖິງວ່າ ສະຫາຍ ຈະເປັນນັກຮົບໃໝ່ແຕ່ ສະຫາຍ ມີຄວາມບຸກບືນ, ດຸໝັ່ນຂະຫຍັນພຽນ ບໍ່ປ່ອຍ
ເວລາວ່າງໃຫ້ເສຍໄປລ້າໆ ບໍ່ວ່າດ້ານການປູກຝັງ-ລ້ຽງສັດ, ສະຫາຍ ຍັງເປັນນັກຮົບຜູ້ທີ່ມີຄວາມຮັບຜິດຊອບ ຕໍ່ໜ້າທີ່ວິຊາສະເພາະແກວົງທີ່ການຈັດຕັ້ງ
ມອບໝາຍໃຫ້ ຈົນໄດ້ຮັບການຍ້ອງຍໍຈາກການຈັດຕັ້ງຂັ້ນເທິງ.

     ໃນນັ້ນ, ໄດ້ຮັບໃບຍ້ອງຍໍ ກົມໃຫຍ່ການເມືອງກອງທັບ 1 ໃບ ແລະ ໃບຍ້ອງຍໍຂອງ ຄະນະພັກບໍລິຫານງານສູນກາງຊາວໜຸ່ມ 1 ໃບ. ຄວາມຈິງແລ້ວ,
ສະຫາຍ ວາທີ ຄໍາສຸກ ດາລາວົງ ມີຖິ່ນກໍາເນີນຢູ່ບ້ານຂົວທີໜຶ່ງ ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ ຍ້ອນຄວາມມັກຮັກ ໃນອາຊີບທະຫານ ແລະ
ຢາກປະກອບ ສ່ວນເຂົ້າໃນການຮັບໃຊ້ຊາດຮັບ ໃຊ້ປະຊາຊົນ. ດັ່ງນັ້ນ ສະຫາຍ ຈຶ່ງຕັດສີນໃຈສະໝັກເຂົ້າເປັນທະຫານອາຊີບໃນປີ 2014 ຢູ່ ກອງພັນໃຫຍ່
279 ແລະ ສະຫາຍ ຖືກສັບຊ້ອນມາເຮັດໜ້າທີ່ວິຊາສະເພາະແກວົງ ຢູ່ ກອງພັນ 794, ຕະຫຼອດໄລຍະເວລາ 5 ປີກວ່າແຫ່ງການດໍາລົງຊີວິດຢູ່ໃນຄອບຄົວ
ໃຫຍ່ອາຊີບທະຫານນັ້ນ, ສະຫາຍ ໄດ້ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ການປະຕິບັດໜ້າທີ່ການເມືອງວິຊາສະເພາະ ດ້ວຍຄວາມຮັບຜິດ
ຊອບສູງ, ບໍ່ວ່າຈະເປັນການປະຕິບັດຂໍ້ກໍານົດກົດລະບຽບຂອງກົມກອງ ກໍຄື 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ ພ້ອມນັ້ນ ສະຫາຍ ຍັງໄດ້ປະກອບ
ສ່ວນເຂົ້າໃນຂະບວນການເຝິກແອບຮໍ່າຮຽນ ແລະ ສາມາດຮຽນຈົບຊັ້ນຕົ້ນວິຊາ ແກວົງ, ການເດີນຂະບວນສວນສະໜາມເສບເປົ້າຂະບວນການກີລາ-ວັນ
ນະຄະດີ ແລະ ອື່ນໆ ເວົ້າລວມເວົ້າສະເພາະແມ່ນ ສະຫາຍ ບໍ່ເຄີຍມີແນວຄິດຄອນແຄນຖືເບົາເອົາງ່າຍ ແຕ່ກົງກັນຂ້າມຍິ່ງເຮັດວຽກງານຫຼາຍເທົ່າໃດຍິ່ງມີ
ຄວາມຊິນເຄີຍ ແລະ ເປັນທີ່ຍອມຮັບຂອງບັນດາໝູ່ເພື່ອນກໍຄືການຈັດຕັ້ງແຕ່ລະຂັ້ນ, ນອກຈາກການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ ສະຫາຍ ເຮັດ
ສໍາເລັດແລ້ວ ກໍຍັງຍາດເວລາວ່າງກ່ອນເຂົ້າ ແລະ ຫຼັງການເລີກການ, ເພື່ອທໍາການຜະລິດການປູກຝັງ-ລ້ຽງສັດຕາມທ່າແຮງຂອງຕົນເອງ ແກ້ໄຂຊີວິດການ
ເປັນຢູ່ປະຈໍາວັນ ແລະ ສ້າງລາຍຮັບ ໂດຍບໍ່ຄອງຄອຍແຕ່ຮ່ວງເງິນເດືອນພຽງຢ່າງດຽວ ສະເພາະໃນ 1 ປີຜ່ານມາ ຜູ້ກ່ຽວສາມາດປູກຜັກຕາມລະດູການ ໄດ້
ສາມຊຸດ ແລະ ເກັບກູ້ໄດ້ 320 ກິໂລ ນອກຈາກນັ້ນ ຍັງລ້ຽງເປັດ-ໄກ່ ໄດ້ສາມຊຸດແຕ່ລະຊຸດລ້ຽງ 35-40 ໂຕ, ຂາຍເປັນເງິນ 4.200.00 ກີບ. ສັງລວມ
ແລ້ວໃນ 1 ປີ ສະຫາຍ ວາທີ ຄໍາສຸກ ດາລາວົງ ຂາຍປະເພດ ພືດຜັກ ແລະ ເປັດ-ໄກ່ໄດ້ 7.200.000 ກີບ.

     ສະຫາຍ ພັນໂທ ພັນສີ ມີໄລພອນ ຫົວໜ້າ ການເມືອງກອງຮ້ອຍ 3 ໄດ້ຢັ້ງຢືນວ່າ: ຈາກພຶດຕິກໍາ ແລະ ຄຸນສົມບັດອັນດີເດັ່ນຄືດັ່ງກ່າວ ສະຫາຍ ໄດ້
ຮັບການຢັ້ງຢືນຈາກ ກອງຮ້ອຍກໍ່ຄືຄະນະພັກ-ຄະນະບັນຊາ ກອງພັນ 794 ວ່າແມ່ນເປັນສະມາຊິກຊາວໜຸ່ມຜູ້ທີ່ດຸໝັ່ນຂະຫຍັນພຽນ ເປັນຜູ້ນໍາໜ້າຂະບວນ
ການເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ສົມແລ້ວທີ່ເປັນແບບຢ່າງທີ່ດີໃຫ້ແກ່ໝູ່ເພື່ອນກໍຄືການຈັດຕັ້ງໃນກົມກອງຕະຫຼອດມາ.