ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 605 ປິດຂະບວນການແຂ່ງຂັນກີລາມວນຊົນ


ພິທີ​ມອບ​ຂັນ​ລາງວັນ​ໃຫ​້ນັກ​ກິລາ​ແຕ່ລະ​ປະ​ເພດ

     ກອງພັນໃຫຍ່ 605 ໄດ້ປິດຂະບວນການແຂ່ງຂັນກີລາມວນຊົນ ປະຈຳປີ 2019 ເນື່ອງໃນໂອກາດສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບປືນໃຫຍ່ໜ້າ
ດິນ ຄົບຮອບ 65 ປີ ໃນວັນທີ 11 ພະຈິກ ນີ້ ພາຍຫຼັງທີ່ໄດ້ດຳເນີນການແຂ່ງຂັນນັບແຕ່ກາງເດືອນ ຕຸລາ ເປັນຕົ້ນມາ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ປະ
ເສີດ ທ່ຽງທຳ ຫົວໜ້າ ການທະຫານກອງພັນໃຫຍ່ 605, ມີຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ພ້ອມດ້ວຍພະນັກງານ-ນັກຮົບ ແລະ ນັກກີລາເຂົ້າຮ່ວມ.

     ສະຫາຍ ພັນໂທ ສົມເພັດ ສິງທຳມະວົງ ຫົວໜ້າ ພະແນກເສນາທິການກອງພັນໃຫຍ່ 605 ໄດ້ຜ່ານບົດສະຫຼຸບຕີລາຄາດ້ານດີ-ດ້ານອ່ອນ ຜ່ານການແຂ່ງຂັນໄລຍະ
ຜ່ານມາ, ໃນນັ້ນປະເພດກີລາບານເຕະ ຊະນະເລີດ ປະເພດ I ແມ່ນທີມກອງພັນທີ 2, ປະເພດ II ແມ່ນທີມກອງພັນທີ1, ກີລາບານສົ່ງຊາຍຊະນະເລີດ ປະເພດ I ແມ່ນທີມ
ກອງພັນທີ 2, ປະເພດ II ແມ່ນທີມ 3 ພະແນກການ, ກີລາບານສົ່ງຍິງຊະນະເລີດ ປະເພດ I ແມ່ນທີມສະຫະພັນແມ່ຍິງ 5 ພະແນກ, ປະເພດ II ແມ່ນທີມສະຫະພັນແມ່ຍິງ
3 ກອງພັນ, ກີລາກະຕໍ້ຊະນະເລີດປະເພດ I ແມ່ນທີມກອງພັນທີ 1, ປະເພດ II ແມ່ນທີມກອງພັນທີ 3, ກີລາເປຕັງປະສົມຊາຍ-ຍິງຊະນະເລີດປະເພດ I ແມ່ນທີມກອງພັນ
ທີ 2, ປະເພດ II ແມ່ນທີມພະແນກເສນາທິການ, ກີລາເປຕັງອາວຸໂສຊະນະເລີດປະເພດ I ແມ່ນທີມພະແນກບໍລິຫານ-ສັງລວມ, ປະເພດ II ແມ່ນທີມກອງພັນທີ 1 ແລະ ກີ
ລາການທະຫານນັກຮົບແຂງແຮງຊະນະເລີດປະເພດ I ແມ່ນສະຫາຍ ຮ້ອຍຕີ ສຸກຂີ ແສງສອນ ມາຈາກກອງພັນທີ 2, ປະເພດ II ແມ່ນສະຫາຍ ຮ້ອຍໂທ ພົມມີໄຊ ມາຈາກ
ກອງພັນທີ 2, ຈາກນັ້ນກໍໄດ້ມອບລາງວັນໃຫ້ບັນດາທີມນັກກີລາທີ່ຊະນະແຕ່ລະປະເພດຢ່າງສົມກຽດ.