ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮັບປະກັນ​ວຽກງານ​ປັບປຸງ​ກໍ່ສ້າງ​ລະບົບ​ຄ້າຍ​ຄູ​ພາຍ​ໃນ​ກົມ​ກອງ


ສ້າງ
​ເຮືອນນອນ​ໃຫ້ໝວດສື່ສານ

     ໂດຍປະຕິບັດຕາມທິດນຳເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທາງດ້ານວຽກງານກໍ່ສ້າງພື້ນຖານໂຄງລ່າງ ລະບົບຄ້າຍຄູໃຫ້ຈົບງາມ ແລະ
ຕາມເງື່ອນໄຂວັດທະນະທຳນັ້ນ, ກອງບັນຊາການທະຫານແຂວງໄຊສົມບູນ ກໍແມ່ນກົມກອງໜຶ່ງທີ່ມີການປັບປຸງກໍ່ສ້າງກົມກອງ ໃຫ້ມີຄວາມເປັນ ລະບຽບຮຽບຮ້ອຍ ແລະ
ມີແບບແຜນກ້າວຂຶ້ນເປັນລະບົບແໜ້ນໜາຖາວອນ ທາງດ້ານຫ້ອງການ, ເຮືອນນອນ, ຫໍພັກ, ເສັ້ນທາງ ເຂົ້າ-ອອກຄ້າຍຢູ່ແຕ່ລະ ກົມກອງຮາກຖານ ຂຶ້ນກັບໂດຍປະຕິບັດ
ຕາມທິດຊີ້ນໍາຂອງ ຄະນະພັກ ກະຊວງປ້ອງກັນປະເທດ ວາງອອກ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ກໍຄືທິດຊີ້ນຳຂອງ ຄະນະພັກ ກອງບັນຊາການທະຫານແຂວງ
ເວົ້າລວມ, ເວົ້າສະເພາະກໍຄືພະແນກກໍ່ສ້າງຫ້ອງ ພະລາທິການ ທະຫານແຂວງໄຊ ສົມບູນ; ປັດຈຸບັນພະແນກກໍ່ສ້າງ ທະຫານແຂວງ ໄດ້ຊີ້ນໍາ ກອງຮ້ອຍກໍ່ສ້າງ ທີ່ຂຶ້ນກັບພະ
ແນກຂອງ ຕົນໄດ້ສ້າງເຮືອນນອນໃຫ້ໝວດສື່ສານ ຈໍານວນ 1 ຫຼັງ; ຂະໜາດ 7 X 9.90 ແມັດ; ມີຫ້ອງນອນ 3 ຫ້ອງກໍ່ດ້ວຍດິນບ໋ອກ; ມຸ່ງ ດ້ວຍກະເບື້ອງລວມມູນຄ່າ
127.500.000 ກີບ.

     ສະຫາຍ ພັນຕີ ແຫຼ້ ແກ້ວມະນີ ຫົວໜ້າ ກອງຮ້ອຍ ກໍ່ສ້າງໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະພັກ-ຄະນະບັນຊາ ກອງບັນຊາ ການທະຫານ ແຂວງ ໄຊສົມ
ບູນ ວ່າດ້ວຍ ການຈັດຕັ້ງປັບປຸງລະບົບຄ້າຍຄູໃຫ້ມີຄວາມເປັນລະບຽບຈົບງາມນັ້ນ, ຂະແໜງການ ທີ່ກ່ຽວຂ້ອງໄດ້ມອບໝາຍໜ້າທີ່ວິຊາສະເພາະ ໃຫ້ກອງຮ້ອຍ ພວກເຮົາ
ເປັນເຈົ້າການນຳພາ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ດັ່ງກ່າວ, ໃນນີ້ໄດ້ກໍ່ສ້າງເຮືອນນອນອ້າຍນ້ອງໂສດໄດ້ສໍາເລັດໄປແລ້ວ 20% ແລະ ສະຖານທີ່ອື່ນໆ, ທັງນີ້ກໍເພື່ອເປັນ
ການປັບປຸງກໍ່ສ້າງກົມກອງ ເພື່ອໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ ແລະ ສະອາດຈົບງາມດີຂຶ້ນເທື່ອລະກ້າວ, ມີໃບໜ້າໃໝ່ແໜ້ນໜາຖາວອນຕາມທິດສ້າງກອງທັບປະ
ຕິວັດ ມີແບບແຜນທັນສະໄໝ.