ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ພົນ​ທີ 3​ ເ​ປີດ​ຊຸດ​ອົບ​ຮົມ-ຫັດ​ແ​​​ອບປະຈໍ​າປີ 2019


ພົນຈັດຕະວາ ບຸນເຈື້ອ ຕຽນແສງດາວ ເຂົ້າຮ່ວມພິທີເປີດຊຸດອົບຮົມການເມືອງ, ການທະຫານ, ພະລາທິການເຕັກນິກປະຈຳປີ 2019

     ພິທີເປີດຊຸດອົບຮົມການເມືອງ, ການທະຫານ, ພະລາທິການເຕັກນິກປະຈຳປີ 2019 ຂອງກອງພົນທີ 3 ໄດ້ໄຂຂຶ້ນໃນວັນທີ 4 ມີນາ 2019 ນີ້, ຢູ່ທີ່ເດີ່ນກີລາຂອງ
ກົມກອງດັ່ງກ່າວ ໂດຍການເປັນປະທານຂອງສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານກອງພົນທີ 3 ເຂົ້າຮ່ວມມີສະຫາຍ ພົນຈັດຕະວາ ບຸນເຈື້ອ
ຕຽນແສງດາວ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງກອງພົນ ທີ 3 ພ້ອມຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງກອງພັນໃຫຍ່ 301, ກອງ
ພັນໃຫຍ່ 302, ກົມກອງອ້ອມຂ້າງຕະຫຼອດຮອດໂຮງຮຽນ, ໂຮງໝໍເຂົ້າຮ່ວມ.

     ສະຫາຍພັນເອກ ກິ່ງແກ້ວ ອຸນມະນີວົງ ຄະນະປະຈຳພັກກອງພົນ ຫົວໜ້າຫ້ອງເສນາທິການກອງພົນທີ 3 ກໍໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຜົນການອົບຮົມ-ຫັດແອບ
ປະຈຳປີ 2018 ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານຕ່າງໆ ໂດຍຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ເອົາໃຈໃສ່ຊີ້ນຳ-ນຳພາອົບຮົມຫັດແອບ, ການເມືອງ, ການທະຫານ, ພະ
ລາທິການເຕັກນິກ, ທີ່ກົມອົບຮົມກົມໃຫຍ່ເສນາທິການກອງທັບວາງອອກ, ໂດຍໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ແມ່ນເລີ່ມແຕ່ເດືອນກຸມພາຫາເດືອນພຶດສະພາ
ແລະ ໄລຍະທີ 2 ແມ່ນເລີ່ມແຕ່ເດືອນກັນຍາເຖິງເດືອນພະຈິກ 2018, ເຊິ່ງແຕ່ລະພາກສາມາດບັນລຸໝາກຜົນຢ່າງໜ້າເພິ່ງພໍໃຈເຊິ່ງພາກການເມືອງບັນລຸ 82,37%, ພາກ
ການທະຫານບັນລຸ 84,57%, ພາກພາລາທິການ​ເຕັກນິກບັນລຸ 81,45%, ນອກນີ້ຍັງໄດ້ເປີດອົບຮົມວຽກງານເລຂາ, ຮອງເລຂາໜ່ວຍພັກທົ່ວກອງພົນບັນລຸ 81,47%
ເຊິ່ງພາກການເມືອງຈະໄດ້ຮຽນຮູ້ກ່ຽວກັບເປົ້າໝາຍອຸດົມຄະຕິສູ້ຮົບຂອງກອງທັບປະຊາຊົນລາວ, ກຽດສັກສີ ແລະ ຄວາມຮັບຜິດຊອບຂອງນັກຮົບໃນກອງທັບ, ປົກປັກຮັກ
ສາປະເທດຊາດແມ່ນໜ້າທີ່ຕົ້ນຕໍຂອງກຳລັງປະກອບອາວຸດ, ພາລະບົດບາດໜ້າທີ່ຂອງກອງທັບ, ກົດໝາຍພັນທະປ້ອງກັນຊາດ, ທາດແທ້ຂອງຊົນຊັ້ນກຳມະກອນ ແລະ ມູນ
ເຊື້ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ, ພາກການທະຫານຈະໄດ້ຮຽນຂໍ້ກຳນົດ 7 ລະບອບ, 18 ວຽກຂອງກອງທັບ, ທາງດ້ານສິລະປະຍຸດ-ຍຸດທະວິທີຈະໄດ້ຮຽນ
ຮູ້ຂັ້ນພື້ນຖານຂອງທະຫານຮາບ ເປັນຕົ້ນແມ່ນຫັດກາຍ 2 ບົດ 24 ຈັງຫວະ, 16 ຈັງຫວະບຸກຄົນ, ລະບຽບບຸກຄົນ, ລະບຽບຮູບແຖວ, ຂັ້ນຈຸ, ໝວດກອງຮ້ອຍ; ພາກພາ
ລາທິການ-ເຕັກນິກຈະ​ໄດ້​ຮຽນຮູ້​ກ່ຽວກັບວຽກງານອະນາໄມປ້ອງກັນພະຍາດ, ການປະຖົມພະຍາບານຂັ້ນພື້ນຖານ, 5 ເຕັກນິກ, ການບົວລະບັດຜັດເຊັດອາວຸດກະສູນໃຫ້
ຢູ່ໃນສະພາບທີ່ກຽມພ້ອມໃຊ້ງານຕະຫຼອດເວລາ.

     ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານກອງພົນທີ 3 ກໍໄດ້ຮຽກຮ້ອງໃຫ້ພະນັກງານນນຳພາ-ບັນຊາແຕ່ລະກົມກອງ ຈົ່ງເອົາໃຈໃສ່ຈັດຕັ້ງ
ປະຕິບັດການອົບຮົມ-ຫັດແອບ, ລະບຽບແບບແຜນ, ເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ ກໍຄືການຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ, ໃຫ້ຄ່ອງແຄ້ວຖືກກັບຫຼັກການ
ແລະ ບົດຮຽນເພື່ອຮັບປະກັນໃຫ້ບັນລຸຄຸນນະພາບສູງ.