ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານ​ແຂວງ ຫຼວງພະ​ບາງ ມອບ​ເຄື່ອງ​ຊ່ວຍ​ເຫຼືອບັນ​ເທົາ​ທຸກ​ໃຫ້​ປະຊາຊົນ
ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ນ້ຳ​ຖ້ວມຢູ່​ເມືອງ ນານ


ສະຫາຍ ພັນໂທ ວິຫຼຽມ ວົງທິສານ ມອບ​ເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ພໍ່ແມ່ປະຊາຊົນ

     ໃນວັນທີ 7 ສິງຫາ 2019 ທີ່ຜ່ານມາ ສະຫາຍ ພັນໂທ ວິຫຼຽມ ວົງທິສານ ສະມາຊິກສະພາປະຊາຊົນແຂວງ, ຮັກສາການ ຫົວໜ້າ ການເມືອງກອງບັນຊາການທະຫານ
ແຂວງ ຫຼວງພະບາງ ພ້ອມດ້ວຍຄະນະ. ໄດ້ນໍາເອົາເຄື່ອງບໍລິໂພກ ແລະ ອຸປະໂພກ ຈຳນວນໜຶ່ງລວມມູນຄ່າ 2.144.000 ກີບ ແລະ ເງິນສົດ ຈຳນວນ 5 ລ້ານກີບ, ມອບ
ໃຫ້ອຳນາດການປົກຄອງເມືອງ ນານ ເພື່ອເປັນການຊ່ວຍເຫຼືອບັນເທົາທຸກໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ເນື່ອງຈາກຝົນຕົກໜັກ
ຕິດຕໍ່ກັນ 2 ວັນ, ໃນລະຫວ່າງວັນທີ 29-30 ຂອງເດືອນ ກໍລະກົດ ທີ່ຜ່ານມາ. ຈຶ່ງເຮັດໃຫ້ນໍ້າຫ້ວຍຢູ່ແຕ່ລະແຫ່ງໄຫຼລົງສູ່ນໍ້ານານ ເຮັດໃຫ້ນໍ້ານານໄຫຼເຂົ້າຖ້ວມເຮືອນຊານ
ບ້ານຊ່ອງ ແລະ ເນື້ອທີ່ທໍາການຜະລິດຂອງປະຊາຊົນຈໍານວນ 8 ບ້ານ,ເທດສະບານເມືອງ ນານ ຄື: ບ້ານນາຝາຍ, ບ້ານນາເລົາ, ບ້ານ ປ່າໄພ່, ບ້ານໂພນຫີນ, ບ້ານ ສີມຸງ
ຄຸນ, ບ້ານສີບຸນເຮືອງ, ບ້ານທາດ, ແລະ ບ້ານນາເຄິນ, ມີຄອບຄົວທີ່ໄດ້ຮັບຜົນກະທົບທັງໝົດຈໍານວນ 358 ຄອບຄົວ, ວັດ 4 ແຫ່ງ, ໂຮງຮຽນ 2 ແຫ່ງ ແລະ ໂຮງຮຽນອາ
ນຸບານ 1 ແຫ່ງ, ມີພົນລະເມືອງ: 1,729 ຄົນ, ຍິງ 885 ຄົນ, ມີພະສົງສໍາມະເນ 17 ອົງ, ໃນນີ້ ຖືກຜົນກະທົບໜັກກວ່າໝູ່ບ້ານ ສີບຸນເຮືອງ ຈໍານວນ 169 ຄອບຄົວ, ພົນ
ລະເມືອງ 842 ຄົນ, ຍິງ 455 ຄົນ. ເຫດການໃນຄັ້ງນີ້ ໄດ້ເຮັດໃຫ້ປະຊາຊົນຕິດຄ້າງຢູ່ໃນເຮືອນຈໍານວນ 37 ຄອບຄົວ, ຕໍ່ກັບເຫດການດັ່ງກ່າວ ທາງການນໍາຂອງເມືອງກໍ
ໄດ້ປະສານສົມທົບທຸກພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ແລະ ກໍາລັງກອງພັນ 414 ໄດ້ເຂົ້າຊ່ວຍເຫຼືອປະຊາຊົນ
ແລະ ກອບກູ້ໄພພິບັດສາມາດເຄື່ອນຍ້າຍປະຊາຊົນອອກຈາກເຫດການດັ່ງກ່າວໄດ້ຢ່າງປອດໄພ, ເຊິ່ງຄະນະກໍາມະການຮັບຜິດຊອບທາງເມືອງໄດ້ປະເມີນລວມມູນຄ່າ
ຄວາມເສຍຫາຍ ທັງໝົດ 1.118.354.000 (ໜຶ່ງຕື້ໜຶ່ງ ຮ້ອຍສິບເເປດລ້ານສາມແສນ ຫ້າສິບສີ່ພັນກີບ.) ກ່າວຮັບໂດຍ ສະຫາຍ ບຸນທີ ມະນີວົງ ຮອງເຈົ້າ ເມືອງ-ເມືອງ
ນານ ແລະ ພ້ອມທັງກ່າວສະແດງຄວາມຂອບອົກ, ຂອບໃຈເປັນຢ່າງສູງມາຍັງຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ຫຼວງພະບາງ ທີ່ມີນ້ຳໃຈບິແບ່ງການ
ຊ່ວຍເຫຼືອບັນເທົາໃຫ້ພໍ່ແມ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດການ ດັ່ງກ່າວ.