ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດ​ແຕ່ງ​ຕັ້ງ​ຫົວໜ້າກອງພັນ 619 ​ແລະ 634 ທີ່​ຂຶ້ນ​ກັບ​ກອງ​ພົນ​ທີ 4


     ໃນວັນທີ 7 ພຶດສະພາ 2019 ນີ້, ກອງພົນທີ 4 ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຫົວໜ້າກອງພັນ ແລະ ບັນດາຂະແໜງການທີ່ຂຶ້ນກັບ. ໂດຍການເຂົ້າຮ່ວມເປັນປະ
ທານຂອງ ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ຄະນະປະຈໍາພັກກອງພົນ, ຫົວໜ້າການເມືອງກອງພົນທີ 4, ມີພະແນກການທີ່ກ່ຽວຂ້ອງຕະຫຼອດຮອດນາຍ ແລະ ພົນ
ທະຫານທັງສອງກົມກອງເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ພັນໂທ ຈັນທຸມມາ ນໍ່ອາມາດ ຫົວໜ້າພະແນກພະນັກງານກອງພົນທີ 4 ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງພົນທີ 4 ວ່າດ້ວຍການແຕ່ງຕັ້ງຫົວໜ້າກອງພັນນ້ອຍ
ທີ່ຂຶ້ນກັບ, ອີງໃສ່ກົດໝາຍນາຍທະຫານກອງທັບປະຊາຊົນລາວໝວດທີ III ມາດຕາທີ 10 ແລະ ໝວດທີ IV ມາດຕາທີ 21 ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະ
ຫານ, ດັ່ງນັ້ນກອງພົນທີ 4 ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ແສງວັນ ເກີດທະບູລີ ເປັນຮັກສາການຫົວໜ້າການທະຫານກອງພັນ 619, ສະຫາຍ ພັນໂທ ບຸນມາ ສີຫາວົງ
ເປັນຮັກສາການຫົວໜ້າການທະຫານກອງພັນ 634, ສະຫາຍ ພັນຕີ ອົບມາອິນ ສີຊຽງໃໝ່ ຮັກສາການຮອງຫົວໜ້າການທະຫານກອງພັນ 634. ໃນໂອກາດດັ່ງກ່າວຍັງໄດ້
ປັບປຸງການຈັດຕັ້ງຄະນະພັກຊຸດໃໝ່ຂັ້ນກອງພັນ ແລະ ກອງຮ້ອຍທັງສອງກົມກອງຕື່ມອີກ. ທັງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງບັນຊາກົມກອງນັບມື້ເຕີບໃຫຍ່ເຂັ້ມແຂງ.

     ຕອນທ້າຍ ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ໄດ້ໂອ້ລົມ, ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ບັນດາພະນັກງານ
ທີ່ຖືກແຕ່ງຕັ້ງຈົ່ງພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ດີ, ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ນາຍ ແລະ ພົນທະຫານພາຍໃນກົມ
ກອງໃຫ້ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກໍານົດກົດລະບຽບຂອງກອງທັບວາງອອກຢ່າງເຂັ້ມງວດ, ພ້ອມກັນເຮັດສໍາເລັດໜ້າທີ່ວຽກ
ງານ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄປຄວບຄູ່ກັບການພັດທະນາກົມກອງຂອງຕົນໃຫ້ກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງກາຍ
ເປັນກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ.