ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເອື້ອຍ​ນ້ອງ​ແມ່ຍິງ ກມທ ຢ້ຽມຊົມ​ ຫໍພິພິທະພັນ ໄກສອນ ພົມວິຫານ


     ວັນທີ 12 ທັນວາ ນີ້, ສະຫາຍ ພັນໂທ ນາງ ປາ ວົງສະແຫວງ ຫົວໜ້າ ພະແນກສະຫະພັນແມ່ຍິງ ກົມໃຫຍ່ ການເມືອງກອງທັບ. ໄດ້ນໍາພາສະມາຊິກແມ່ຍິງອ້ອມຂ້າງ
ກົມໃຫຍ່ການເມືອງກອງທັບ ໄປທັດສະນະສຶກສາຢ້ຽມຊົມ ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງເພິ່ນຄົບຄອບ 99 ປີ.

     ສະຫາຍ ພັນໂທ ນາງ ປາ ວົງສະແຫວງ ໄດ້ກ່າວວ່າ: ການນໍາພາສະມາຊິກແມ່ຍິງມາທັດສະ ນະສຶກສາຢ້ຽມຊົມ ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ໃນຄັ້ງນີ້.
ກໍເພື່ອເປັນການລະນຶກເຖິງຜົນງານຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ດີເດັ່ນຂອງປະຊາຊົນບັນດາ ເຜົ່າ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງເພິ່ນ
ຄົບຮອບ 99 ປີ ໃນປີ 2019 ນີ້, ທັງເປັນການສຶກ ສາອົບຮົມສະມາຊິກແມ່ຍິງທົ່ວອົງການກົມໃຫຍ່ການເມືອງກອງທັບເຊື່ອມຊືມຕື່ມປະຫວັດ, ຊີວິດ ການເຄື່ອນໄຫວພາ
ລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ລວມເຖິງແບບແຜນການດໍາລົງຊີວິດ, ຜົນງານ-ຄຸນງາມ ຄວາມດີ, ຄຸນສົມບັດສິນທຳປະຕິວັດ, ສະຕິປັນຍາອັນສະຫຼາດ
ສ່ອງໃສ ພ້ອມທັງບົດຮຽນນຳພາອັນລ້ຳຄ່າຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາຮົບຮັກຂອງປວງຊົນລາວທັງຊາດ, ເພື່ອແນໃສ່ເຮັດໃຫ້ສະມາຊິກແມ່ຍິງກໍຄື
ພະນັກງານສະມາຊິກພັກ ແລະ ນັກຮົບຮຸ່ນສືບທອດໄດ້ສຶກສາຮ່ຳຮຽນເອົາເປັນແບບຢ່າງໃນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດ
ສິນທຳປະຕິວັດກາຍເປັນພະນັກງານສືບທອດທີ່ດີຂອງກອງທັບກໍຄືຂອງກົມກອງ.