ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 4 ປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານຂອງຕົນ


ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ​ເປັນ​ປະທານ​ພິທີປະກາ​ດ​ເລື່ອນ​ຊັ້ນ

     ໃນວັນທີ 7 ພະຈິກຜ່ານມານີ້, ກອງພົນທີ 4 ໄດ້ຈັດຕັ້ງພິທີປະກາດເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ
ສົມຈິດ ກິດຕິຍະລາດ ເລຂາຄະນະພັກກອງພົນ, ຫົວໜ້າ ການເມືອງກອງພົນທີ 4, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການ, ກົມກອງອ້ອມຂ້າງ ຕະຫຼອດ
ຮອດພະນັກງານ-ນັກຮົບຜູ້ທີ່ໄດ້ຮັບຊັ້ນໃໝ່ເຂົ້າຮ່ວມ.

     ສະຫາຍ ພັນໂທ ຈັນທຸມມາ ນໍອາມາດ ຄະນະພັກຫ້ອງການເມືອງ, ຫົວໜ້າ ພະແນກພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ສະບັບປັບປຸງ
ພາກທີ II ໝວດທີ 3 ມາດຕາທີ 22 ແລະ ມາດຕາທີ 23 ວ່າດ້ວຍການເລື່ອນຊັ້ນ ແລະ ທຽບຊັ້ນໃຫ້ນາຍທະຫານຢູ່ກອງພົນທີ 4 ກົມໃຫຍ່ການເມືອງກອງທັບ ຕົກລົງ
ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍຕີ ຈຳນວນ 22 ສະຫາຍ, ເລື່ອນທຽບຊັ້ນ ວາທີ ຂຶ້ນ ທຽບຊັ້ນ ຮ້ອຍຕີ ຈຳນວນ 3 ສະຫາຍ. ທັງນີ້ກໍເພື່ອປະຕິບັດຕາມກົດໝາຍນາຍທະຫານ
ກອງທັບປະຊາຊົນລາວ ທີ່ໄດ້ລະບຸໄວ້ກ່ຽວກັບການປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນທະຫານທີ່ມີຜົນງານດີເດັ່ນ ແລະ ຮອດກຳນົດເລື່ອນຊັ້ນ.

     ໂອກາດດຽວກັນນີ້, ສະຫາຍ ພັນເອກ ສົມຈິດ ກິດຕິຍະລາດ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍ ບັນຫາສໍາຄັນຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນ ແລະ ເລື່ອນ
ທຽບຊັ້ນໃໝ່ໃຫ້ສືບຕໍ່ເພີ່ມທະວີການສຶກສາອົບຮົບການເມືອງແນວຄິດ, ຄົ້ນຄວ້າຮໍ່າຮຽນ, ເຝິກຝົນຫຼໍ່ຫຼອມ ແລະ ປັບປຸງຕົນເອງໃນທຸກດ້ານ, ເອົາໃຈໃສ່ປະຕິບັດລະບຽບ
ວິໄນ, ແບບແຜນວິທີການເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ມີສິນທຳປະຕິວັດ ຕິດພັນກັບການປະຕິບັດ 4 ໜ້າທີ່
ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ, ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງຕົນທີ່ໄດ້ຮັບມອບໝາຍດ້ວຍໝາກຜົນສູງ.