ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກຮາກຖານກອງພັນ 585 ສຳເລັດກອງປະຊຸມໃຫຍ່ຄັ້ງທີ VI ຂອງຕົນ


ພັນເອກ ປອ ໂພນທອງ ພັນຈະເລີນພົນ ປະທານກອງປະຊຸມໃຫຍ່ຄັ້ງທີ VI ຂອງກອງພັນ 585

     ຄະນະພັກຮາກຖານກອງພັນ 585 ທະຫານແຂວງຫົວພັນສຳເລັດກອງປະຊຸມໃຫຍ່ຄັ້ງທີ VI ຂອງຕົນ ໃນວັນທີ 7 ພຶດສະພາ 2019 ນີ້ໂດຍພາຍໃຕ້ການເປັນປະ
ທານຂອງສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງຫົວພັນ, ມີແຂກຖືກເຊີນ, ສະຫາຍ
ເລຂາ-ຮອງເລຂາຄະນະພັກຮາກຖານ ແລະ ສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມ.

     ສະຫາຍ ພັນໂທ ໄມພັນ ສັນສີທອງ ເລຂາຄະນະພັກຮາກຖານກອງພັນດັ່ງກ່າວໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ໂດຍໄດ້ຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ
ໃນການເຄື່ອນໄຫວວຽກງານຮອບດ້ານຂອງຄະນະພັກຮາກຖານໃນໄລຍະ 5 ປີຜ່ານມາ ແລະ ບາງດ້ານທີ່ຍັງຄົງຄ້າງ, ໃນນີ້ໄດ້ຖືເອົາການສຶກສາອົບຮົມການເມືອງ-ນຳພາ
ແນວຄິດເປັນກົກ, ຖືເອົາປະລິມານ ແລະ ຄຸນນະພາບເປັນບັນຫາສຳຄັນເຮັດໃຫ້ພະນັກງານ ສະມາຊິກພັກ-ນັກຮົບມີແນວຄິດການເມືອງໜັກແໜ້ນ, ເອົາໃຈໃສ່ກໍ່ສ້າງພັກ
ກໍ່ສ້າງພະນັກງານໃຫ້ເຂັ້ມແຂງທັງ 3 ດ້ານ ແລະ 3 ຮຸ່ນໃນແຕ່ລະໄລຍະເພື່ອສ້າງພັກມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມເຂັ້ມແຂງດ້ານການຈັດຕັ້ງ ພ້ອມ
ນີ້ຍັງໄດ້ປະຕິບັດໜ້າທີ່ເຄື່ອນໄຫວຕາມພາລະບົດບາດສິດໜ້າທີ່ວຽກງານກົມກອງຂອງຕົນ ເພື່ອຮັບປະກັນໃຫ້ແກ່ກົມກອງ ແລະ ພະນັກງານ-ນັກຮົບມີຄວາມຮັບປະກັນ
ທຸກດ້ານໂດຍພື້ນຖານ ແລະ ກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ, ໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນຕາມທິດກໍ່ສ້າງກອງທັບປະຕິວັດໃຫ້ມີແບບແຜນ ແລະ ທັນ
ສະໄໝໄປຄຽງຄູ່ກັນນັ້ນຍັງໄດ້ສຸມໃສ່ວຽກງານຮັບປະກັນຊີວິດການເປັນຢູ່ປູກຝັງ-ລ້ຽງສັດຕາມທິດນຳ 4 ປູກ 4 ລ້ຽງ, ປັດຈຸບັນມີງົວລ້ຽງ 79 ໂຕ, ໜອງປາ 5 ໜອງ, ມີ
ສວນປູກໄມ້ອຸດສາຫະກຳ, ຕົ້ນໄມ້ໃຫ້ໝາກ 1 ບ່ອນ, ປູກພືດຜັກຕາມລະດູການປ້ອນເຂົ້າເຮືອນຄົວລວມສາມາດຮັບປະກັນຜັກກິນໄດ້ 60%, ຈາກຜົນງານດັ່ງກ່າວສາ
ມາດຕີລາຄາຄຸນນະພາບສະມາຊິກພັກແຂງຮອບດ້ານ 41 ສະຫາຍ, ແຂງ 45 ສະຫາຍ, ບໍ່ໄດ້ແບ່ງປະເພດ 2 ສະຫາຍ, ຈາກນັ້ນຍັງໄດ້ພ້ອມກັນຮັບຮອງເອົາທິດທາງ ແຜນ
ການໃນຕໍ່ໜ້າ ແລະ ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ໄດ້ຕາມຄາດໝາຍທີ່ວາງໄວ້.

     ໂອກາດດັ່ງກ່າວສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ໄດ້ມີຄຳເຫັນຊີ້ນຳຫຼາຍບັນຫາທີ່ ສຳຄັນເພື່ອເປັນທິດໃຫ້ຄະນະພັກຮາກຖານໄດ້ດຳເນີນໄປຈັດຕັ້ງປະ
ຕິບັດ, ເຊິ່ງສະຫາຍໄດ້ຕີລາຄາສູງຕໍ່ຜົນງານທີ່ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ແລະ ຮຽກຮ້ອງໃຫ້ຍົກສູງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໃຫ້ໜັກ
ແໜ້ນເປັນເອກະພາບພາຍໃນພັກ ໂດຍຖືເອົາ 5 ຫຼັກການ 3 ທິດນຳຂອງພັກເປັນໄມ້ຫຼາວັດແທກຄຸນທາດການເມືອງຂອງສະມາຊິກພັກ. ໄປຄ່ຽງຄູ່ກັບການເພີ່ມທະວີການ
ນຳພາໃຫ້ສອດຄ່ອງເໝາະສົມກັບສະພາບຄວາມເປັນຈິງ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ວຽກງານວິຊາສະເພາະຕາມການມອບໝາຍໃນແຕ່ລະຂັ້ນ ແລະ ສ້າງໃຫ້ກົມກອງ
ມີບາດກ້າວໃໝ່ດີຂຶ້ນ.