ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ມອບເງິນລະດົມທຶນຊ່ວຍເຫຼືອສະມາຊິກ​ເຈັບ​ເປັນ


ມອບເງິນລະດົມທຶນຊ່ວຍເຫຼືອສະມາຊິກທີ່​ເຈັບ​ເປັນ

     ໃນວັນທີ 6 ພະຈິກ 2019 ນີ້ ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ມອບເງິນລະດົມທຶນຊ່ວຍເຫຼືອໃຫ້ ຮ້ອຍໂທ ນາງ
ພິນໄຊ ສີທ່ຽງທໍາ ເຊິ່ງນໍາພາໂດຍ ພັນໂທ ນາງ ຄໍາພອນ ແກ້ວໄຊຍາ ຮອງຫົວໜ້າ ຫ້ອງການເມືອງ, ມີສະຫາຍ ພັນຕີ ນາງ ແພງສີ ແກ້ວວັນດີ ຫົວໜ້າ ພະແນກແມ່ຍິງ
ແລະ ຕາງໜ້າໃຫ້ຄະນະໜ່ວຍແຕ່ລະໜ່ວຍ ມີຄະນະບໍລິຫານງານຊາວໜຸ່ມ-ແມ່ຍິງທົ່ວໂຮງຮຽນເຂົ້າຮ່ວມ.

     ໂອກາດດັ່ງກ່າວ ສະຫາຍ ພັນໂທ ນາງ ຄໍາພອນ ແກ້ວໄຊຍາ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນທົ່ວໂຮງຮຽນໄດ້ຢື້ຢາມຖາມຂ່າວ, ຄວາມເປັນຫ່ວງເປັນໄຍ
ຂອງຜູ້ເຈັບເປັນ ແລະ ໄດ້ຂຶ້ນມອບເງິນຈໍານວນ 6.494.400 ກີບ, ເຊິ່ງເງິນຈຳນວນດັ່ງກ່າວ ແມ່ນໄດ້ມາຈາກການປະກອບສ່ວນຂອງສະມາ ຊິກຊາວໜຸ່ມ-ແມ່ຍິງ ທົ່ວ
ໂຮງຮຽນມອບໃຫ້ ເຊິ່ງຮັບໂດຍ ຮ້ອຍໂທ ນາງ ພິນໄຊ ສີທ່ຽງທໍາ ແລະ ສະແດງຄວາມຂອບອົກຂອບໃຈອັນລົ້ນເຫຼືອທີ່ທາງອົງການຈັດຕັ້ງມະຫາຊົນໂຮງຮຽນ ໃຫ້ຄວາມ
ຊ່ວຍເຫຼືອຕະຫຼອດມາສ່ວນເງິນທີ່ໄດ້ຮັບໃນຄັ້ງນີ້ຈະນໍາເອົາໄປປິ່ນປົວສຸຂະພາບໃຫ້ແຂງແຮງ.