ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງ​ຫົວໜ້າໝູ່ຜູ້​ຂະຫຍັນ


ສະຫາຍ
ສິບໂທ ອັ໋ນ ລືເດດມູນສອນ ຮອງ​ຫົວໜ້າໝູ່ຜູ້​ຂະຫຍັນ

     ເມື່ອເວົ້າເຖິງນັກຮົບທີ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ກໍຄື ຂໍ້ກຳນົດກົດລະບຽບຂອງກອງທັບ ແລະ ດຸໝັ່ນຂະຫຍັນພຽນໃນການອອກແຮງງານເພີ່ມພູນຜະລິດ
ຜົນປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນນັ້ນ ສະຫາຍ ສິບໂທ ອັ໋ນ ລືເດດມູນສອນ ຮອງຫົວໜ້າ ໝູ່ 1, ໝວດ 2, ກອງຮ້ອຍ 1, ກອງພັນ 17 ທະ
ຫານແຂວງ ສາລະວັນ ແມ່ນບຸກຄົນໜຶ່ງເປັນແບບຢ່າງທີ່ດີໃຫ້ແກ່ໝູ່ເພື່ອນໃນຫຼາຍດ້ານ.

     ຄວາມຈິງແລ້ວ ສະຫາຍ ສິບໂທ ອັ໋ນ ລືເດດມູນສອນ ມີຖິ່ນກຳເນີດຢູ່ບ້ານ ເຕົາຖ່ານ ເມືອງ ຄົງເຊໂດນ ແຂວງສາລະວັນ ຍ້ອນມີນຳ້ໃຈຮັກຊາດຮັກບ້ານເກີດເມືອງ
ນອນຢາກປະກອບສ່ວນຮັບໃຊ້ຊາດໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສະຫາຍໄດ້ຕັດສິນໃຈຈາກບ້ານເກີດເມືຶອງນອນສະໝັກໃຈເຂົ້າມາສູ່ຄອບຄົວ
ໃຫຍ່ອັນອົບອຸ່ນຂອງກອງທັບປະຊາຊົນລາວ ໃນປີ 2016, ພາຍຫຼັງໄດ້ເຂົ້າເປັນ ທະຫານ, ສະຫາຍ ໄດ້ເຝິກແອບຮຳ່ຮຽນສິລະປະຍຸດ-ຍຸດທະວິທີ ແລະ ໄດ້ຮັບການສືກສາ
ອົບຮົບການເມືອງນຳພາແນວຄິດຈາກຄະນະພັກ-ຄະນະບັນຊາຢ່າງຕໍ່ເນື່ອງໃນການເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສີນທຳປະຕິວັດ, ປະ
ຕິບັດຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກ ຂອງ ກອງທັບວາງອອກໄດ້ຢ່າງເຂັ້ມງວດ, ຮູ້ເຄົາຮົບນັບຖືການຈັດຕັ້ງ, ມີຄວາມສາມັກຄີກັບເພື່ອນມິດສະຫາຍ ໃນກົມ
ກອງ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ເຊິ່ງສະແດງ ອອກໃນການເຂົ້າຮ່ວມບັ້ນເຄື່ອນໄຫວກອບກູ້ໄພພິບັດຊ່ວຍເຫຼືອ
ປະຊາຊົນເມືອງ ຄົງເຊໂດນ ທີ່ປະສົບໄພນ້ຳຖ້ວມ ໃນປີ 2019 ຈົນສຳເລັດ. ນອກຈາກການປະຕິບັດໜ້າທີ່ວິຊາສະເພາະແລ້ວ ສະຫາຍ ສີບໂທ ອັ໋ນ ລືເດດມູນສອນ ຍັງໄດ້
ໃຊ້ເວລາວ່າງໃຫ້ເກີດປະໂຫຍດດ້ວຍການເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງຕົນໂດຍປະຕິບັດຕາມທິດນຳທີ່ວ່າ: ກຸ້ມຕົນເອງ ເພິ່ງຕົນເອງ
ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ເຊິ່ງປີຜ່ານມາສະຫາຍມີລາຍຮັບຈາກການຂາຍສັດລ້ຽງ ເປັດ, ໄກ່ ແລະ ພືດຜັກຊະນິດຕ່າງໆເປັນເງິນ 2.800.000 ກີບ, ປັດຈຸ
ບັນຍັງສືບຕໍ່ບົວລະບັດຮັກສາສັດລ້ຽງປະເພດ ເປັດ, ໄກ່ ຈຳນວນ 65 ໂຕ. ນອກນີ້, ສະຫາຍໄດ້ປະກອບສ່ວນພັນທະປ້ອນເຂົ້າເຮືອນຄົວລວມຂອງກອງພັນອີກດ້ວຍ.

     ສະຫາຍ ຮ້ອຍໂທ ຫວຽດ ລິຂິສິດ ຮອງເລຂາໜ່ວຍພັກ ຮອງຫົວໜ້າ ການເມືອງກອງຮ້ອຍ 1 ແລະ ການຈັດຕັ້ງແຕ່ລະຂັ້ນ ກໍຄື ໝູ່ຄູ່ພາຍໃນກົມກອງຕ່າງກໍໄດ້ໃຫ້
ການຢັ້ງຢືນວ່າ: ສະຫາຍ ສີບໂທ ອັ໋ນ ລືເດດມູນສອນ ແມ່ນເປັນບຸກຄົນໜຶ່ງທີ່ມີຄວາມດຸໝັ່ນຂະຫຍັນພຽນໃນການເຝິກຝົນຫຼໍ່ຫຼອມຕົນເອງ ກາຍເປັນຊາວໜຸ່ມແບບຢ່າງ
ນຳໜ້າ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ໝູ່ເພື່ອນ. ຈາກຜົນງານດັ່ງກ່າວຈິ່ງເຮັດໃຫ້ສະຫາຍ ໄດ້ຮັບໃບຍ້ອງຍໍຂັ້ນຕ່າງໆ ຈຳນວນ 5 ໃບ ແລະ ຖືກຄັດເລືອກໃຫ້ເປັນຊາວໜຸ່ມ
4 ບຸກ ປະເພດ I ຂອງກົມກອງຕະຫຼອດມາ.