ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ​ເງິນ​ອຸດໜູນນະ​ໂຍບາຍ ​ໃຫ້​ແກ່​ພະນັກງານພັກ​ການ​ຮັບ​ເບ້ຍ​ບຳນານ


ສະຫາຍ ພັນ​ເອກ ຄຳ​​ເຄນ ອຸດຕະມາ ​ເຂົ້າ​ຮ່ວມ​ພິທີ​ມອບ​ເງິນ​ອຸດໜູນນະ​ໂຍບາຍ

     ໃນວັນທີ 7 ສິງຫາ 2019 ນີ້, ກອງບັນຊາການທະຫານແຂວງ ວຽງຈັນ ໄດ້ຈັດພິທີມອບເງິນນະໂຍບາຍອຸດໜູນ-ບຳນານໃຫ້ແກ່ບັນດາພະນັກງານອາວຸໂສ. ໂດຍ
ການເຂົ້າຮ່ວມຂອງສະຫາຍ ພັນເອກ ຄຳເຄນ ອຸດຕະມາ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ວຽງຈັນ, ມີຄະນະພັກ-ຄະນະບັນຊາ ອົງ
ການພະແນກການທີ່ກ່ຽວຂ້ອງຕະຫຼອດ ພະນັກງານທີ່ຮັບບຳນານເຂົ້າຮ່ວມ.

     ສະຫາຍ ພັນໂທ ສີວັນທອງ ວໍລະຈິດ ຫົວໜ້າ ພະແນກພະນັກງານທະຫານແຂວງ ວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດສະບັບເລກທີ 951/ກປທ
ວ່າດ້ວຍການອານຸມັດໃຫ້ນາຍທະຫານພັກການຮັບເບ້ຍບຳນານ, ໂດຍອີງຕາມກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບ ປຸງໃໝ່) ຢູ່ກອງບັນຊາ
ການທະຫານແຂວງ ວຽງຈັນ ຈຳນວນ 13 ສະຫາຍຢ່າງສົມກຽດລວມເງິນທັງໝົດ 226.294.920 ກີບ.

     ໂອກາດນີ້ ສະຫາຍ ພັນເອກ ຄຳເຄນ ອຸດຕະມາ ກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດ
ຊາດ ເວົ້າລວມ, ເວົ້າສະເພາະ ແມ່ນຢູ່ກອງບັນຊາການທະຫານແຂວງ ວຽງຈັນ ໄດ້ມີຄວາມເຕີບໃຫຍ່ເຂັ້ມແຂງມາເປັນກ້າວໆ ແລະ ຍັງໄດ້ຮຽກຮ້ອງໃຫ້ພະນັກງານອາວຸ
ໂສພັກການຮັບເບ້ຍບຳນານ ຈົ່ງສືບຕໍ່ເປັນທີ່ປຶກສາໃຫ້ແກ່ອຳນາດການປົກຄອງທ້ອງຖິ່ນໃນຮາກຖານ ແລະ ສຶກສາອົບຮົມການເມືອງ-ນຳພາ ແນວຄິດໃຫ້ແກ່ພໍ່ແມ່ປະຊາ
ຊົນ, ໃຫ້ມີຄວາມຮັບຮູ້ເຊື່ອມຊຶມຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ.