ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານ​ແຂວງ ຫຼວງນ້ຳ​ທາ ປາຖະກະຖາ​ວັນ​ຄ້າຍ​ວັນ​ເກີດ ປະທານ ສຸພາ​ນຸວົງ


ສະຫາຍ ພັນເອກ ໄມຈັນ ພັດນະລັດ ປາຖະກະຖາມູນເຊື້ອວັນຄ້າຍວັນເກີດຂອງປະທານສຸພານຸວົງ ຄົບຮອບ 110 ປີ

     ກອງບັນຊາການທະຫານ ແຂວງຫຼວງນໍ້າທາ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອວັນຄ້າຍວັນ ເກີດຂອງ ປະທານ ສຸພານຸວົງ ຄົບຮອບ 110 ປີ ຢູ່ທີ່ສະໂມສອນຂອງຕົນ ໃນ
ຕອນເຊົ້າຂອງວັນທີ 9 ກໍລະກົດ 2019 ນີ້, ໂດຍການປາຖະກະຖາຂອງສະຫາຍ ພັນເອກ ໄມຈັນ ພັດນະລັດ ຫົວໜ້າການເມືອງກອງບັນຊາການທະຫານ ແຂວງ, ມີຄະນະ
ພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກົມກອງອ້ອມຂ້າງເຂົ້າຮ່ວມຢ່າງທົ່ວເຖິງ.

     ສະຫາຍ ຫົວໜ້າການເມືອງ ໄດ້ເລົ່າເຖິງປະຫັວດຄວາມເປັນມາຂອງປະທານ ສຸພານຸວົງ ເປັນຕົ້ນ ແມ່ນຄຸນສົມບັດສິນທໍາປະຕິວັດ, ຄຸນງາມຄວາມດີ, ການເສຍສະ
ຫຼະ ເພື່ອຜົນປະໂຫຍດສ່ວນລວມ, ສຸມທຸກສະຕິປັນຍາ ເຂົ້າໃນຂະບວນການປະຕິວັດເພື່ອຍາດເອົາເອກະລາດ, ປະຊາທິ ປະໄຕມາສູ່ປະຊາຊົນລາວຢ່າງຄົບຖ້ວນ. ປະທານ
ສຸພານຸວົງ ເປັນຄົນດຸໝັ່ນຂະຫຍັນພຽນ, ມີ ມານະອົດທົນ, ຖະໜອມຖ່ອມຕົນ, ເດັດດ່ຽວ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ທັງເປັນຜູ້ມີພອນສະຫວັນ ແລະ ຮຽນເກັ່ງ, ສາ
ມາດເວົ້າໄດ້ 10 ພາສາ ເຊິ່ງທ່ານໄດ້ສ້າງຜົນງານຢ່າງໃຫຍ່ຫຼວງໄວ້ ໃຫ້ປະເທດຊາດ ເຊິ່ງຄົນລາວຮຸ່ນຫຼັງຈະຕ້ອງໄດ້ເປັນແບບຢ່າງ ແລະ ສ້າງຄວາມສາມັກຄີເປັນ ປຶກແຜ່ນ
ແໜ້ນໜາ.

     ທັງນີ້ກໍເພື່ອແນໃສ່ເຮັດໃຫ້ພະນັກງານຫຼັກແຫຼ່ງແຕ່ລະສະຫາຍກໍາໄດ້ຜົນງານ, ຄຸນງາມຄວາມດີ, ຄຸນສົມບັດສິນທໍາປະຕິວັດ ແລະ ອຸດົມການຂອງທ່ານນໍາໄປໝູນໃຊ້
ເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ປະກົດຜົນເປັນຈິງ.