ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບຜົນສຳເລັດການເຄື່ອນໄຫວວຽກງານຂອງຄະນະ
ຊ່ຽວຊານຫວຽດນາມ ຢູ່ວິທະຍາຄານການແພດກອງທັບ


ສະຫາຍ ພັນເອກ ປອ ຈັນສະໝອນ ມະຫາວົງ ​ເ​ປັນປະທານ​ກອງ​ປະຊຸມ

     ຫວ່າງບໍ່ດົນນີ້, ວິທະຍາຄານການແພດກອງທັບ ໄດ້ສະຫຼຸບຜົນສຳເລັດການເຄື່ອນໄຫວວຽກງານຂອງຄະນະຊ່ຽວຊານຫວຽດນາມ ສົກປີ 2019 ໂດຍພາຍໃຕ້ການ
ເປັນປະທານຂອງສະຫາຍ ພັນເອກ ປອ ຈັນສະໝອນ ມະຫາວົງ ຫົວໜ້າ ການທະຫານວິທະຍາຄານການແພດກອງທັບ, ມີຄະນະຊ່ຽວຊານຫວຽດນາມ ພ້ອມດ້ວຍພະນັກ
ງານ-ຄູອາຈານເຂົ້າຮ່ວມ.

     ສະຫາຍ ພັນໂທ ປທ ຈັນພອນ ພົນຫາວົງ ຫົວໜ້າ ຫ້ອງແຜນການ-ອົບຮົມ ໄດ້ຍົກໃຫ້ເຫັນຜົນສຳເລັດຫຼາຍດ້ານ ເປັນຕົ້ນການແຕ່ງບົດສອນ, ພາກກາຍະພະຍາດ
ແລະ ເນື້ອໃນໂຄງການພາກວິຊາສະລີລະວິທະຍາ ແລະ ພາກວິຊາອື່ນໆ. ນອກນີ້, ຄະນະຊ່ຽວຊານຫວຽດນາມ ກໍໄດ້ລົງທັດສະນະສຶກສາຢູ່ໂຮງຮຽນສ້າງແພດຊັ້ນກາງ, ໂຮງ
ໝໍບໍລິເວນ 107 ແລະ ໂຮງໝໍສູນກາງ 103 ກອງທັບ ເພື່ອເກັບກຳຂໍ້ມູນບາງເນື້ອໃນມາໝູນໃຊ້ເຂົ້າໃນການກໍ່ສ້າງ ແລະ ປັບປຸງໂຄງການຫຼັກສູດບາງສາຂາວິຊາໃນການ
ຮຽນ-ການສອນໃຫ້ແທດເໝາະກັບສະພາບຕົວຈິງ.

     ໃນພິທີຄະນະຊ່ຽວຊານຫວຽດນາມ ໄດ້ມອບຕຳລາໂຄງການຫຼັກສູດການຮຽນ-ການສອນ ຕ່າງໆໃຫ້ແກ່ວິທະຍາຄານການແພດກອງທັບ ພ້ອມນີ້ວິທະຍາຄານການ
ແພດກອງທັບ ກໍໄດ້ມອບຫຼຽນກາທີ່ລະນຶກໃຫ້ຄະນະຊ່ຽວຊານຫວຽດນາມອີກດ້ວຍ.