ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮູບພາບການເຄື່ອນໄຫວຂອງກອງທັບປະຊາຊົນລາວ ແລະ
ສັງຄົມໃນການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຢູ່ພາກກາງ ແລະ ພາກໃຕ້


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ພ້ອມຄະນະ ສືບຕໍ່ລົງກວດກາສະພາບນໍ້າຖ້ວມພາກພື້ນດິນ, ບ່ອນທີ່ຍັງມີນໍ້າຖ້ວມຢູ່ເປັນບໍລິເວນກວ້າງ


ແພດໂຮງໝໍ 109 ລົງເຄື່ອນໄຫວກວດສຸຂະພາບໃຫ້ປະຊາຊົນ ເມືອງຄົງເຊໂດນ ແຂວງສາລະວັນ


ກຳລັງທະຫານ ແລະ ກຳລັງມວນຊົນ ພວມອອກແຮງອານາໄມໄຂຄອງນໍ້າເພື່ອໃຫ້ນໍ້າໄຫຼສະດວກດີ


ນາຍ ແລະ ພົນທະຫານກອງພົນທີ 5 ແລະ ປະຊາຊົນເຂດບ້ານສະຜ່າຍ ກຳລັງຂົນກະສອບຊາຍໄປກັ້ນນໍ້າເຂດບ້ານສະຜ່າຍເພື່ອໃຫ້ໂຍທາແຂວງສາມາດຖົມດິນແປງທາງໃຫ້ສາມາດທຽວໄດ້


ອ້າຍນ້ອງກຳລັງທະຫານເມືອງສອງຄອນ ແຂວງສະຫວັນນະເຂດ ເປັນເຈົ້າການຂົນຍ້າຍວັດຖຸສິ່ງ ຂອງປະຊາຊົນໄປໄວ້ຢູ່ເຂດປອດໄພ

     ເນື່ອງຈາກອິດທິພົນຂອງລົມພະຍຸໝູນເຂດຮ້ອນໂພດູ ແລະ ລົມພະຍຸດີເປຣຊັນ ຄາຈິກິ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນຊ່ວງທ້າຍເດືອນ ສິງຫາ ຫາ ຕົ້ນເດືອນ ກັນຍາ
2019 ເຮັດໃຫ້ມີຝົນຕົກໜັກ ແລະ ເກີດນໍ້າຖ້ວມຢູ່ 6 ແຂວງພາກກາງ ແລະ ພາກໃຕ້ຂອງລາວເຊັ່ນ: ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ
ແລະ ແຂວງອັດຕະປືສົ່ງຜົນກະທົບໂດຍກົງຕໍ່ປະຊາຊົນໃນ 37 ເມືອງ, 1.187 ບ້ານ, ມີປະຊາຊົນໄດ້ຮັບຜົນກະທົບ 122.892 ຄອບຄົວ, 224.604 ຄົນໄດ້ຮັບຜົນກະທົບ
ຕໍ່ກັບສະພາບຜົນກະທົບ ແລະ ຄວາມເສຍຫາຍທີ່ເກີດຂຶ້ນຈາກເຫດການໄພນໍ້າຖ້ວມໃນຄັ້ງນີ້ຫຼາຍພາກສ່ວນທັງພາກລັດ ແລະ ເອກະຊົນຕ່າງກໍໍໄດ້ລະດົມທຸກກໍາລັງ ແລະ
ທ່າແຮງຂອງຕົນຢ່າງເຕັມທີ່ເຂົ້າຊ່ວຍເຫຼືອກອບກູ້ເອົາຊີວິດ ແລະ ຊັບສິນຂອງປະຊາຊົນ.