ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊ່ຽວຊານການແພດ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່​ໂຮງໝໍ ກອງພົນທີ 5


ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ຕ້ອນຮັບ​ຄະນະ​ຊ່ຽວຊານ​ການ​ແພດ ຈາກ ສປ ຈີນ

     ໃນວັນທີ 4 ສິງຫາ 2020 ນີ້, ສະຫາຍ ອີພູ່ ຊ່ຽວຊານການແພດ ຈາກ ສປ ຈີນ ພ້ອມຄະນະໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ 5 ເຊິ່ງນຳພາໂດຍ
ສະຫາຍ ພັນໂທ ວຽງພັນ ບຸນພະນຸໄຊ ຫົວໜ້າ ຫ້ອງການໂຮງໝໍສູນກາງ 103 ກອງທັບ ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ເລຂາຄະນະພັກ
ຫົວໜ້າ ການເມືອງກອງພົນທີ 5, ມີຄະນະພັກ-ຄະນະບັນຊາ ຈາກຫ້ອງພະລາທິການ, ພະແນກການ, ພະນັກງານວິຊາການການແພດໝໍຈາກໂຮງໝໍກອງພົນ, ໂຮງໝໍບໍລິ
ເວນ 106 ເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ໄດ້ລາຍງານຫຍໍ້ກ່ຽວກັບຂົງເຂດວຽກງານການບໍລິການ ປິ່ນປົວຮັກສາພະນັກງານ-ນັກຮົບ ຢູ່ກອງພົນທີ 5 ແລະ ມີພໍ່ແມ່ປະ
ຊາຊົນອ້ອມຂ້າງທີ່ເຂົ້າມາໃຊ້ບໍລິການຫຼາຍຈິ່ງເຮັດໃຫ້ໂຮງໝໍກອງພົນທີ 5 ຈາກ 30 ຕຽງ ເພີ່ມຂຶ້ນເປັນ 50 ຕຽງ ເພື່ອຮອງຮັບປິ່ນປົວສຸຂະພາບ ພະນັກງານ-ນັກຮົບ ແລະ
ປະຊາຊົນພາຍນອກ, ສະຫາຍຍັງໄດ້ຍົກໃຫ້ເຫັນຂໍ້ສະດວກຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນທາງດ້ານວິຊາການຍັງບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ ຈາກນັ້ນ, ສະຫາຍ
ອີພູ່ ຊ່ຽວຊານການແພດ ສປ ຈີນ ໄດ້ຕາງໜ້າໃຫ້ຄະນະສະແດງຄວາມຂອບໃຈທີ່ຄະນະພັກ-ຄະນະບັນຊາ ກອງພົນທີ 5 ໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ, ນອກນັ້ນ
ທັງສອງຝ່າຍຍັງໄດ້ພ້ອມກັນສົນທະນາປຶກສາຫາລືແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ເພື່ອເປັນການຍົກສູງທາງດ້ານວິຊາການໃຫ້ມີຄວາມຮັບປະກັນດ້ານການປິ່ນປົວ
ໃນສະເພາະໜ້າ ແລະ ຍາວນານ.

     ການມາຢ້ຽມຢາມກອງພົນທີ 5 ຄັ້ງນີ້ ແມ່ນຂີດໜາຍອັນສຳຄັນໃນການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືເຊີ່ງກັນ ແລະ ກັນລະຫວ່າງ ສອງພັກ, ສອງລັດ ສອງກອງ
ທັບ ລາວ-ຈີນ ເວົ້າລວມ ເວົ້າສະເພາະ ກໍຄື ຊ່ຽວຊານການແພດຈາກ ສປ ຈີນ ກັບພະນັກງານແພດໝໍຢູ່ກອງພົນທີ 5, ໂຮງໝໍບໍລິເວນ 106 ໃຫ້ມີ ຄວາມແໜ້ນແຟ້ນຍິ່ງໆ
ຂຶ້ນ, ໂອກາດທີ່ລົງມາຢ້ຽມຢາມຄັ້ງນີ້ບັນດາຊ່ຽວຊານຈາກ ສປ ຈີນ ຍັງຈະໄດ້ເຄື່ອນໄຫວທ່ຽວຊົມທຳມະຊາດ ແລະ ປູນີຍະສະຖານພາຍໃນແຂວງ ຈຳປາສັກ ຕື່ມອີກ.