ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຄງການກໍ່ສ້າງ 3 ຈຸດສຸມ ແຂວງ ໄຊສົມບູນ ພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ


ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ພ້ອມຄະນະໄດ້ລົງກວດກາໂຄງການກໍ່ສ້າງຢູ່ 3 ຈຸດສຸມແຂວງໄຊສົມບູນໍ້

     ວັນທີ 9 ກໍລະກົດ 2019 ຜ່ານ​ມາ, ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ກຳມະການຄະນະປະຈຳພັກ, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້
ນໍາພັດທະນາ 3 ຈຸດສຸມ ແຂວງໄຊສົມບູນ ພ້ອມຄະນະໄດ້ລົງກວດກາໂຄງການກໍ່ສ້າງຢູ່ 3 ຈຸດສຸມ ແຂວງໄຊສົມບູນ ທີ່ພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ໃນ
ນັ້ນມີໂຄງການກໍ່ສ້າງໂຮງຮຽນບ້ານອ່າວໃຕ້, ໂຄງການກໍ່ສ້າງເດີ່ນບິນບ້ານພູຫົວຊ້າງ ແລະ ໂຄງການກໍ່ສ້າງສູນຜະລິດບ້ານອອມ.

     ໂຄງການກໍ່ສ້າງດັ່ງກ່າວແມ່ນນອນຢູ່​ໃນແຜນການພັດທະນາພື້້ນຖານໂຄງລ່າງຂອງຄະນະຊີ້ນຳ ພັດທະນາ 3 ຈຸດສຸມ ແຂວງໄຊສົມບູນ ເພື່ອຊຸກຍູ້ໃຫ້ການພັດທະນາ
ເສດຖະກິດ-ສັງຄົມຂອງແຂວງຂະຫຍາຍຕົວຍິ່ງຂຶ້ນ ແລະ ໃນຕອນບ່າຍຂອງວັນດຽວກັນນີ້ ສະຫາຍ ພົນຕີ ປອ ວົງຄໍາ ພົມມະກອນ ຫົວໜ້າກົມໃຫຍ່ພະລາທິການກອງ
ທັບ, ຫົວໜ້າຄະນະຊີ້ນໍາພັດທະນາ ແຂວງໄຊສົມບູນ ກໍໄດ້ເຂົ້າຮ່ວມກອງປະຊຸມກັບນັກວິຊາການ ຂອງຄະນະຮັບຜິດຊອບຊີ້ນໍາການພັດທະນາເຂດຈຸດສຸມທີ່ລົງເຄື່ອນ
ໄຫວເຮັດວຽກຢູ່ຈຸດສຸມ ບ້ານ ອອມ, ເມືອງ ອານຸວົງ, ແຂວງ ໄຊສົມບູນ ໂດຍມີທ່ານ ຈັນທະບູນ ລັດຕະນະວົງ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຫົວໜ້າຄະນະ, ມີ
ບັນດາຄະນະນັກວິຊາການຈາກພາກສ່ວນຕ່າງໆ ອຳນາດ ການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

     ຈຸດປະສົງຂອງກອງປະຊຸມກໍເພື່ອຄົ້ນຄວ້າ ແລະ ວາງແຜນການດ້ານການຜະລິດກະສິກໍາອິນຊີຄົບວົງຈອນ ເພື່ອສ້າງຄວາມໜັ້ນຄົງໃຫ້ແກ່ປະຊາຊົນພາຍໃນທ້ອງຖິ່ນ
ເພື່ອບໍລິໂພກ ແລະ ຈຳໜ່າຍໃນທ້ອງຕະຫຼາດ, ການສ້າງຄອບຄົວຕົວແບບ, ບ້ານ ພັດທະນາ ແລະ ຄົ້ນຄວ້າສ້າງສູນບໍລິການເຕັກນິກກະສິກໍາຂັ້ນບ້ານ, ຂັ້ນເມືອງ, ຂັ້ນ
ແຂວງ. ຄົ້ນຄວ້າ ແລະ ວາງແຜນການທົດລອງຮູບແບບການຜະລິດກະສິກໍາ-ປ່າໄມ້ແທນການຢຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ ໃນຮູບແບບການພັດທະນາ
ແບບວັນນະກະເສດ, ສ້າງຄູ່ປະສານງານຂັ້ນແຂວງ ແລະ ຂັ້ນເມືອງ ພ້ອມທັງລົງພົບປະຮັບຟັງຄຳຄິດຄຳເຫັນຂອງປະຊາຊົນຢູ່ຂັ້ນຮາກຖານເພື່ອແລກປ່ຽນຄວາມຄິດເຫັນ
ແລະ ສົມທົບກັບອຳນາດການປົກຄອງແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງກໍານົດຈຸດທົດລອງ ໂດຍລົງເລິກແຜນການຈັດຕັ້ງປະຕິບັດການກະກຽມການສ້າງຄູ່ຮ່ວມ
ມືປະສານງານ (ນັກວິຊາການ, ນັກລົງທຶນ, ແຜນການພັດທະນາ) ແຜນການດໍາເນີນຕົວຈິງສ້າງຄວາມພ້ອມໃນດ້ານຕ່າງໆ ແລະ ລົງເບິ່ງພື້ນທີ່ການຜະລິດຕົວຈິງ ເພື່ອ
ສ້າງໃຫ້ໄດ້ຄອບຄົວ, ບ້ານ, ເມືອງຕົວແບບທາງດ້ານກະສິກໍາ ເພື່ອກະກຽມເຂົ້າໃນແຜນການພັດທະນາເສດຖະກິດຂອງແຂວງໄຊສົມບູນຕໍ່ໄປ.