ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ​ທີ 1 ລົງ​ກວດກາ​​ໂຄງການ​ກໍ່ສ້າງ​ເຮືອນນອນ​ກອງພັນ 15


     ໃນວັນທີ 6 ມິຖຸນາ 2019 ນີ້, ສະຫາຍ ພົນຈັດຕະວາ ແສງຍືນ ລັດສະໝີ ຫົວໜ້າການເມືອງກອງພົນ ແລະ ສະຫາຍ ພົນຈັດຕະວາ ສາຍໃຈ ກົມມະສິດ ຫົວໜ້າ
ການທະຫານກອງພົນທີ 1 ພ້ອມດ້ວຍຄະນະ ແລະ ວິຊາການຈາກພະແນກກໍ່ສ້າງລົງເຄື່ອນໄຫວກວດກາໂຄງການກໍ່ສ້າງ ແລະ ປັບປຸງເຮືອນນອນ, ຫ້ອງການກອງພັນ 15
ທີ່ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນໃນກາງເດືອນ ເມສາ 2019 ຜ່ານມາ.

     ການກໍ່ສ້າງເຮືອນນອນຫລັງໃຫມ່ແມ່ນເລີ່ມລົງມືດໍາເນີນການກໍ່ສ້າງມາແຕ່ກາງເດືອນ ພຶດສະພາ 2019 ຜ່ານມາ, ເຊິ່ງມີຂະໜາດລວງກວ້າງ 11 ແມັດ; ຍາວ 53
ແມັດ, ພື້ນເທດ້ວຍເບຕົງເສີມເຫຼັກ, ຝາກໍ່ດ້ວຍດິນຈີ່, ໂຄງສ້າງຫຼັງຄາເຫຼັກມຸງດ້ວຍກະເບື້ອງ, ເພດານຍິບຊໍ່າ, ມີລະບົບໄຟຟ້າຄົບຊຸດ. ເຊິ່ງນໍາໃຊ້ທຶນກໍ່ສ້າງທັງໝົດ 1 ຕື້ 5
ຮ້ອຍລ້ານກວ່າກີບ, ພາຍຫຼັງສຳເລັດກໍຈະໄດ້ດໍາເນີນການປັບປຸງກໍ່ສ້າງອີກຫຼາຍຫຼັງເຊັ່ນ: ກອງຮ້ອຍ 75, ກອງຮ້ອຍ 85, ກອງຮ້ອຍ 65, ກອງຮ້ອຍ 55, ປັບປຸງຫຼັງຄາສາງ
ອາວຸດ, ເຮືອນຄົວ, ຫ້ອງການ. ເຊິ່ງຈະໄດ້ໃຊ້ງົບປະມານໃນການປັບປຸງໂຄງສ້າງ 4 ຮ້ອຍລ້ານກວ່າກີບ. ໂດຍໄດ້ນໍາໃຊ້ວິຊາການໃນການຊີ້ນໍາ ແລະ ຈັດຕັ້ງປະຕິບັດຕົວຈິງ
ຈາກກອງຮ້ອຍກໍ່ສ້າງຂອງກອງພົນ, ສ່ວນແຮງງານແມ່ນນໍາໃຊ້ກໍາລັງຂອງອ້າຍ-ນ້ອງກອງພັນ15, ປັດຈຸບັນໂຄງການກໍ່ສ້າງ ແລະ ປັບປຸງກອງພັນ 15 ແມ່ນສໍາເລັດແລ້ວ
40%. ສ່ວນເຮືອນນອນຫຼັງໃໝ່ແມ່ນສໍາເລັດ 8% ເຊິ່ງຄາດວ່າຈະໃຫ້ສໍາເລັດໃນທ້າຍປີ 2019 ນີ້. ໂດຍລວມແລ້ວໂຄງການກໍ່ສ້າງ ແລະ ປັບປຸງກອງພັນ 15 ແມ່ນໄດ້
ຮັບການສະໜອງງົບປະມານຈາກກະຊວງປ້ອງກັນປະເທດ100%.