ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດຍົກຍ້າຍ ແລະ ແຕ່ງຕັ້ງ ຫົວໜ້າ ການເມືອງກອງ ພັນໃຫຍ່ 642


     ພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງ ຫົວໜ້າ ການເມືອງກອງ ພັນໃຫຍ່ 642 ໄດ້ຈັດຂຶ້ນໃນ ວັນທີ 6 ກຸມພາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນ
ທອງ ພົມລາວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະຊາກອງພັນໃຫຍ່, ຮອງຫົວໜ້າຫ້ອງວ່າ
ການປົກຄອງ ແຂວງບໍລິຄໍາໄຊ, ຮອງເຈົ້າເມືອງ-ເມືອງບໍລິຄັນ, ບັນດາແຂກທີ່ຖືກເຊີນຈາກກົມກອງອ້ອມຂ້າງ ຕະຫຼອດຮອດພະນັກງານ ຫຼັກແຫຼ່ງທົ່ວອົງການກອງພັນ
ໃຫຍ່ເຂົ້າຮ່ວມ.

     ສະຫາຍ ພັນໂທ ອິນພອນ ໄຊຍະສິດ ຫົວໜ້າ ພະແນກຈັດຕັ້ງປະກອບເລື່ອນຊັ້ນກົມພະນັກງານ ກົມໃຫຍ່ການເມືອງກອງທັບ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງ
ປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ ກົມໃຫຍ່ການເມືອງກອງທັບ ໃນນີ້ແມ່ນໄດ້ຍົກຍ້າຍ ສະຫາຍ ພັນເອກ ແສງມະ
ນີວອນ ຄໍາມະນີ ຫົວໜ້າ ການເມືອງກອງພັນໃຫຍ່ 642 ໄປກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ, ແຕ່ງຕັ້ງ ສະຫາຍ ພັນໂທ ຄໍາໃສ ແພງຄູນ ເປັນຫົວໜ້າ ການ
ເມືອງກອງພັນໃຫຍ່ 642 (ຜູ້ໃໝ່), ແຕ່ງຕັ້ງ ສະຫາຍ ພັນໂທ ສຸວັນ ນະຄີລີ ເປັນຮອງ ຫົວໜ້າ ການເມືອງ ທັງເປັນ ຫົວໜ້າ ພະແນກການເມືອງ; ໃນວາລະດຽວກັນນີ້,
ສະຫາຍ ພັນໂທ ສົມມິດ ຫົງສາຄອນ ຫົວໜ້າ ຂະແໜງພະນັກງານ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າ ພະແນກ,
ຫົວໜ້າຂະແໜງ ແລະ ຫົວໜ້າກອງພັນນ້ອຍ ທີ່ຂຶ້ນກັບກອງພັນໃຫຍ່ 642, ໃນນີ້ໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ວອນສອນ ວິໄລທອງ ເປັນຫົວໜ້າ ພະແນກບໍລິຫານ
ສັງລວມ, ສະຫາຍ ພັນໂທ ຄໍາປີ່ງ ຄູນສົມເຮືອງ ເປັນຮອງຫົວໜ້າ ພະແນກ ການເມືອງ, ສະຫາຍ ຮ້ອຍເອກ ວຽງພອນ ສຸບວັນນາ ເປັນຫົວໜ້າ ຂະແໜງສື່ສານ ແລະ
ສະຫາຍ ພັນໂທ ສົມເພັດ ຖີ່ນເມືອງເໜືອເປັນ ຫົວໜ້າ ການເມືອງກອງພັນ 291; ທັງໝົດນີ້ໂດຍອິງໃສ່ກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ)
ໃນພາກທີ II ໝວດທີ 4 ມາດຕາທີ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ.

     ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ໂອ້ລົມຕໍ່ພະນັກງານການນໍາທີ່ໄດ້ຮັບໜ້າທີ່ໃໝ່ ເຊິ່ງໄດ້ກ່າວວ່າ: ນີ້ແມ່ນສິ່ງທີ່ທ້າທາຍໜັກໜ່ວງໃນການແບກຮາບໜ້າທີ່
ອັນໃຫຍ່ຫຼວງ ກວ່າເກົ່າໃນການກໍ່ສ້າງກອງທັບ, ກໍ່ສ້າງກົມກອງໃຫ້ກ້າວຂຶ້ນ, ໃຫ້ສຶບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ
ຄວາມເປັນແບບຢ່າງດ້ານຕ່າງໆ, ຮັກສາແບບແຜນວິທີເຮັດວຽກ, ດໍາລົງຊີວິດດ້ວຍຄວາມປອງດອງ, ມີຄວາມສາມັກຄີຮ່ວມມືກັບທ້ອງຖິ່ນໃຫ້ແໜ້ນແຟ້ນ, ສໍາຄັນສຸດ
ແມ່ນຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນ, ເປັນເຈົ້າການນໍາໜ້າປະຕິບັດຂໍ້ກໍານົດກົດລະບຽບຂອງພັກ, ລະບຽບກົດໝາຍຂອງ ລັດ, ປະຕິບັດໜ້າ
ທີ່ວຽກງານ ດ້ວຍຄວາມສັດຈະວິພາກ, ມີຈັນຍາບັນ, ຈັນຍາທໍາ, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນໂດຍສະເພາະກະແສແນວຄວາມຄິດ,
ການກະທໍາ ແລະ ຍົກສູງພາລະບົດບາດຄວາມຮູ້ຄວາມສາມາດ ໃນການນໍາພາ-ບັນຊາ ແນໃສ່ເຮັດໃຫ້ພະນັກງານ-ນັກຮົບເຊື່ອມຊຶມກໍາ ແໜ້ນແນວທາງນະໂຍບາຍຂອງ
ພັກ-ລັດ, ເປັນເຈົ້າການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ກະຊວງປ້ອງກັນປະເທດ ວາງອອກໃຫ້ໄດ້ຮັບໝາກຜົນສູງ.