ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພະນັກງານ-ນັກຮົບ ໂຮງງານປະສານເຫຼົ່າ ບໍລິຈາກເລືອດ


ໂຮງງານປະສານເຫຼົ່າຫຼວງພະບາງ ຈັດກິດຈະກໍາບໍລິຈາກເລືອດ

     ໃນວັນທີ 4 ທັນວາ ນີ້, ໂຮງງານປະສານເຫຼົ່າຫຼວງພະບາງ ໄດ້ຈັດກິດຈະກໍາບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມຂຶ້ນ, ໂດຍ​ແມ່ນສູນບໍລິຈາກເລືອດອົງການກາແດງ
ລາວ ສາຂາ ແຂວງ ຫຼວງພະບາງ, ​ເປັນ​ຜູ້​ຮັບ​ບໍ​ລິດ​ຈາກ​ເຂົ້າ​ຮ່ວມ ມີສະຫາຍ ພັນຕີ ນາງ ອໍລະໄທ ໄຊໂກສົນ ແພດປະຈຳໂຮງງານປະສານເຫຼົ່າຫຼວງພະບາງ, ມີພະນັກງານ-
ນັກຮົບ, ນາຍ ແລະ ພົນທະຫານ ພ້ອມດ້ວຍຜູ້ທີ່ອາສາສະມັກໃຈບໍລິຈາກເລືອດພາຍໃນກົມກອງເຂົ້າຮ່ວມ.

     ສະຫາຍ ພັນຕີ ນາງ ອໍລະໄທ ໄຊໂກສົນ ໃຫ້ຮູ້ວ່າ: ໂຮງງານປະສານເຫຼົ່າຫຼວງພະບາງ ຂອງພວກເຮົານີ້ໄດ້ຮ່ວມມືກັບທາງສູນບໍລິຈາກເລືອດອົງການກາແດງລາວ ສາ
ຂາແຂວງຫຼວງພະບາງ ເພື່ອຈັດກິດຈະກຳບໍລິຈາກເລືອດຊ່ວຍເຫຼືອສັງຄົມ. ພາຍໃນ ປີ 2019 ນີ້, ແມ່ນໄດ້ຈັດເປັນຄັ້ງທີ 2 ເຊິ່ງມີຈໍານວນຜູ້ເຂົ້າຮ່ວມທັງໝົດ 20 ສະຫາຍ,
ໃນນັ້ນມີຜູ້ທີ່ສາມາດບໍລິຈາກເລືອດໄດ້ຕົວຈິງ 16 ສະຫາຍ, ຊາຍ 5 ສະຫາຍ, ຍິງ 11 ສະຫາຍ ແລະ ສາມາດບໍລິຈາກເລືອດໄດ້ທັງໝົດ 5.600 ຊີຊີ.