ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນສອນ​ຂັບ​ລົດ 404 ຈັດ​ຕັ້ງ​ສອບ​ເສັງ​ນັກ​ຂັບ​ຂີ່​ຊຸດ​ທີ 37


ສອບ​ເສັງ​ນັກ​ຂັບ​ຂີ່​ຊຸດ​ທີ 37

     ວັນທີ 4 ຕຸລາ ນີ້ , ໂຮງຮຽນ ສອນຂັບລົດ 404 ໄດ້ຈັດຕັ້ງ ສອບເສັງນັກຂັບຂີ່ ຊຸດທີ 37 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳ
ປາບານ ຮອງຫົວໜ້າ ກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມຄຸ້ມຄອງລົດ, ຄະນະກົມເສນາເຕັກນິກ, ຄະນະອໍານວຍການ ໂຮງຮຽນ 404, ມີພະແນກຈາລາຈອນເມືອງ
ທຸລະຄົມ, ພະແນກການວິຊາສະເພາະ, ບັນດາອານຸ ກຳມະການ, ກຳມະການກວດກາການສອບເສັງຕະຫຼອດຮອດນັກຂັບຂີ່ ຊຸດທີ 37 ເຂົ້າຮ່ວມ.

     ສະຫາຍ ພັນໂທ ສີນວນ ມະນີວົງ ຮອງຫົວໜ້າ ກົມຄຸ້ມຄອງລົດ, ກົມໃຫຍ່ເຕັກນິກກອງທັບ, ຂຶ້ນອ່ານຂໍ້ຕົກລົງວ່າດ້ວຍການເປີດການສອບເສັງພາກຂັບຂີ່ຂອງນັກ
ຮຽນຂັບລົດການທະຫານ ຊຸດທີ 37 ຈຳນວນ 75 ສະຫາຍ, ອິງຕາມຂໍ້ຕົກລົງຂອງກົມໃຫຍ່ເຕັກນິກກອງທັບ ວ່າດ້ວຍການອານຸມັດເປີດຮຽນຂັບລົດ ຊຸດທີ 37 ຈຳນວນ
75 ສະຫາຍ,

     ສະຫາຍຄະນະອຳນວຍການ ໂຮງຮຽນສອນຂັບລົດ 404 ຕາງໜ້າໃຫ້ສະຫາຍປະທານຂຶ້ນ ກ່າວເປີດການສອບເສັງນັກຂັບຂີ່ ຊຸດທີ 37. ພ້ອມທັງເນັ້ນໜັກໃຫ້ນັກ
ສອບເສັງທຸກສະຫາຍຈົ່ງ ພ້ອມກັນເອົາໃຈໃສ່ປະຕິບັດຕາມຫຼັກການ, ກົດລະບຽບການສອບເສັງຢ່າງເຂັ້ມງວດ ເພື່ອບໍ່ໃຫ້ເກີດຄວາມຜິດພາດ, ອຸບັດຕິເຫດໃນເວລາສອບ
ເສັງ ເພື່ອເຮັດໃຫ້ການສອບເສັງສຳເລັດຕາມເປົ້າໝາຍ, ທາງດ້ານປະລິມານ ແລະ ຄຸນນະພາບ, ສາມາດຍາດໄດ້ຄະແນນດີເລີດ ແລະ ຍັງໄດ້ຮຽກຮ້ອງໃຫ້ບັນດາອານຸກຳ
ມະການ, ຄະນະກຳມະການກວດກາການສອບເສັງຈົ່ງພ້ອມກັນຍົກສູງ ຄວາມຮັບຜິດຊອບຕາມການມອບໝາຍຂອງຂັ້ນເທິງ, ເຂັ້ມງວດໃນການຕັດສິນໃຫ້ຄະແນນແມ່ນ
ໃຫ້ມີຄວາມເປັນທຳ, ເພື່ອເຮັດໃຫ້ການສອບເສັງໄດ້ຮັບ ຜົນສຳເລັດຕາມຄາດໝາຍທີ່ວາງໄວ້.