ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ​້ອງ​ເສນາ​ທິການ ກທອ ປິດ​ບັ້ນ​ອົບຮົມ​ໄລຍະ​ສັ້ນ


ພິທີມອບໃບຢັ້ງຢືນ​ໃຫ້ກຳລັງປ້ອງກັນສະໜາມບິນ

     ໃນວັນທີ 4 ກັນຍານີ້, ຫ້ອງເສນາທິການ ກອງບັນຊາການທະຫານອາກາດ (ກທອ) ໄດ້ປິດບັ້ນອົບຮົມໄລຍະສັ້ນໃຫ້ກຳລັງປ້ອງກັນສະໜາມບິນ ໂດຍການເຂົ້າຮ່ວມ
ເປັນປະທານຂອງ ສະຫາຍ ພັນເອກ ບຸນດອມ ບຸບຜາລີວັນ ຫົວໜ້າ ຫ້ອງເສນາທິການ ກທອ, ມີຕາງໜ້າຫ້ອງ, ກອງພັນໃຫຍ່ 702, 703 ພ້ອມດ້ວຍຄູ-ອາຈານ ແລະ
ນັກສຳມະນາກອນເຂົ້າຮ່ວມ.

     ສະຫາຍ ພັນຕີ ວຽງສະຫວັນ ສີສົມພອນ ຊ່ວຍວຽກພະແນກອົບຮົມ ຫ້ອງເສນາທິການ ກທອ ໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດແຜນການອົບຮົມ-ຫັດແອບ
ໄລຍະ 15 ວັນຜ່ານມາ, ຍົກໃຫ້ເຫັນຜົນງານດ້ານດີ, ຈຸດອ່ອນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງ, ຕີລາຄາຜົນໄດ້ຮັບຂອງການອົບຮົມດັ່ງນີ້: ອົບຮົມຂໍ້ກໍາ
ນົດຫຼັກການປະຈໍາປ້ອມຍາມ ສາມາດປະຕິບັດໄດ້ 82%, ອົບຮົມວິທີປ່ຽນຍາມ ແລະ ເຄື່ອນໄຫວສາລະເວປ້ອງກັນເວນຍາມປະຕິບັດໄດ້ 92%, ອົບຮົມ 7 ລະບອບ 18
ວຽກຂອງກອງທັບ, ຄໍາປະຕິຍານ 8 ຂໍ້, ລະບຽບວິໄນ 8 ຂໍ້ຂອງກອງທັບ, ລະບຽບວິໄນ 12 ຂໍ້ຕໍ່ປະຊາຊົນ ປະຕິບັດໄດ້ 81%, ອົບຮົມ-ຫັດກາຍມືເປົ່າຄົງທີ່ ແລະ ເຄື່ອນ
ທີ່ປະຕິບັດໄດ້ 76%, ອົບຮົມຮູບແຖວ ຂັ້ນໝູ່-ໝວດປະຕິບັດໄດ້ 90% ແລະ ອົບຮົມລະບຽບ-ກີລາການທະຫານ ປະຕິບັດໄດ້ 73%, ໃນນີ້ຄັດເລືອກໄດ້ຂັ້ນເກັ່ງ 4 ສະ
ຫາຍ ແລະ ກາງ 6 ສະຫາຍ, ພ້ອມນັ້ນ, ຍັງໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນທີ່ສໍາເລັດການອົບຮົມຄັ້ງນີ້ອີກດ້ວຍ.

     ໂອກາດນີ້, ສະຫາຍ ພັນເອກ ບຸນດອມ ບຸບຜາລີວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາ ເລັດບັ້ນອົບຮົມໃນຄັ້ງນີ້, ພ້ອມທັງຮຽກຮ້ອງໃຫ້ນັກສຳມະນາກອນ
ແຕ່ລະສະຫາຍຈົ່ງກໍາແໜ້ນເນື້ອໃນບົດຮຽນ, ທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງທີ່ໄດ້ຮຽນມາ ເພື່ອນໍາໄປຈັດຕັ້ງປະຕິບັດໃນໜ້າທີ່ວຽກງານຕົວຈິງຢູ່ກົມກອງໃຫ້
ເຂັ້ມແຂງ-ໜັກແໜ້ນ, ຮັບປະກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນດ້ວຍຄຸນນະພາບສູງ.