ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 1 ມອບໂທລະໂຄ່ງໃຫ້ກອງພັນໃຫຍ່ 102


ພັນໂທ ສົມຈັນ ກອງໄຊສອນ ມອບເຄື່ອງສຽງລະບົບໂທລະໂຄ່ງມອບໃຫ້ກອງພັນໃຫຍ່ 102

     ໃນວັນທີ 17 ພຶດສະພາ 2019 ນີ້, ກອງພົນທີ 1 ເຊິ່ງນໍາໂດຍ ສະຫາຍ ພັນໂທ ສົມຈັນ ກອງໄຊສອນ ຮອງຫົວໜ້າຫ້ອງການເມືອງ ໄດ້ນໍາເອົາເຄື່ອງສຽງລະບົບໂທລະ
ໂຄ່ງມອບໃຫ້ກອງພັນໃຫຍ່ 102 ເພື່ອນໍາໃຊ້ເຂົ້າໃນໜ້າທີ່ວຽກງານລວມຂອງກົມກອງ. ເພື່ອໃຫ້ກົມກອງກໍຄືພະນັກງານ-ນັກຮົບໄດ້ຮັບຟັງຂ່າວສານສໍາຄັນຂອງພັກ-ລັດ,
ຂອງກອງທັບ, ຂອງກົມກອງ ແລະ ການຈັດຕັ້ງທຸກພາກສ່ວນ, ເປັນການຊຸກຍູ້ທາງດ້ານແນວຄິດ; ຈິດໃຈ, ສ້າງຄວາມເບີກບານມ່ວນຊື່ນ, ສ້າງບັນຍາກາດທີ່ດີໃຫ້ແກ່ກົມ
ກອງ, ເຊິ່ງນອນຢູ່ໃນທ່າມກາງບັນ ຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດພວມຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ
X ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ຢູ່ກອງພົນທີ 1 ແມ່ນພວມອອກແຮງແຂ່ງຂັນກັນສ້າງຜົນງານສ້າງຂະບວນ
ການຢ່າງຟົດຟື້ນຕໍ່ເນື່ອງ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກກອງພົນທີ່ຈະໄຂຂຶ້ນໃນທ້າຍປີ 2019 ນີ້ ແລະ ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງ
ກອງພົນທີ 1 ຄົບຮອບ 35 ປີ ທີ່ຈະມາເຖິງໃນ ( ວັນທີ 12 ກຸມພາ ປີ 2020 ນີ້ ). ສະຫາຍ ພັນໂທ ສົມຈັນ ກອງໄຊສອນ ໄດ້ໃຫ້ຮູ້ວ່າ: ເຄື່ອງສຽງດັ່ງກ່າວແມ່ນໄດ້ມາ
ຈາກການຊ່ວຍເຫຼືອຂອງ ສປ ຈີນ ມອບໃຫ້ກະຊວງປ້ອງກັນປະເທດ ຈຸດປະສົງກໍເພື່ອເປັນການໂຄສະນາແນວທາງແຜນນະໂຍບາຍຂອງພັກ-ລັດ, ຂອງກອງທັບ, ເປັນກະ
ບອກສຽງໂຄສະນາຂ່າວສານ, ບົດມູນເຊື້ອ ແລະ ເຜີຍແຜ່ຂໍ້ກໍານົດກົດລະບຽບ ແລະ ມະຕິຄໍາສັ່ງຕ່າງໆໄດ້ເປັນຢ່າງດີ. ອຸປະກອນເຄື່ອງສຽງລະບົບໂທລະໂຄ່ງຊຸດນີ້ເປັນລະ
ບົບເອເລັກໂຕນິກທີ່ທັນສະໄໝ, ມີລະບົບຄວບຄຸມສຽງ, ມີລະບົບອັດລາຍການ, ມີລະບົບສົ່ງສຽງທີ່ໄດ້ມາດຕະຖານ ແລະ ມີຄວາມແຮງສູງ. ພ້ອມນີ້ ສະຫາຍກໍໄດ້ແນະ
ນໍາໃຫ້ຄະນະພັກ-ຄະນະບັນຊາກອງພັນໃຫຍ່ ໂດຍສະເພາະແມ່ນຂະແໜງໂຄສະນາອົບຮົມຈົ່ງພ້ອມກັນປົກປັກຮັກສາເຄື່ອງດັ່ງກ່າວໃຫ້ນໍາໃຊ້ໄດ້ຍາວນານ.

     ໂອກາດນີ້, ສະຫາຍ ພັນໂທ ຄໍາຊາວ ລິນທະກຸນແກ້ວ ຫົວໜ້າການທະຫານກອງພັນໃຫຍ່ 102 ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບຢູ່ໃນກົມກອງ
ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຈັດຕັ້ງຂັ້ນເທິງ ໂດຍສະເພາະກໍແມ່ນພະແນກໂຄສະນາທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວຽກງານດັ່ງກ່າວ ພ້ອມທັງໃຫ້ຄໍາ
ໝັ້ນສັນຍາຈະພ້ອມກັນເອົາໃຈໃສ່ຄຸ້ມຄອງຮັກສາ, ນໍາໃຊ້ໃຫ້ຖືກຕ້ອງ ແລະ ໃຫ້ເກີດປະໂຫຍດ ສູງສຸດ.