ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມເປີດກວ້າງ ຄະນະພັກທະຫານ ແຂວງ ບໍລິຄໍາໄຊ ຄັ້ງທີ 4 ສະໄໝທີ V


ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ກໍາມະການຄະນະປະຈໍາພັກແຂວງ, ເລຂາຄະນະພັກ
ຫົວໜ້າການເມືອງກອງບັນຊາການທະຫານ ແຂວງ ບໍລິຄໍາໄຊ ​ເປັນ​ປະທານ

     ກອງປະຊຸມເປີດກວ້າງ ຄະນະພັກກອງບັນຊາການທະຫານ ແຂວງ ບໍລິຄໍາໄຊ ຄັ້ງທີ 4 ສະໄໝທີ V ໄດ້ເປີດຂຶ້ນໃນລະຫວ່າງ ວັນທີ 4-5 ມີນາ 2021
ນີ້, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ກໍາມະການຄະນະປະຈໍາພັກແຂວງ, ເລຂາຄະນະພັກ ຫົວໜ້າການເມືອງ
ກອງບັນຊາການທະຫານ ແຂວງ ບໍລິຄໍາໄຊ, ມີຄະນະປະຈໍາພັກ ແລະ ຄະນະພັກກອງບັນຊາການ, ຄະນະພັກຫ້ອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ໃນ
ທົ່ວທະຫານແຂວງ ແລະ ອົງການ 5 ຫ້ອງເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ພັນເອກ ຄໍາສາຍ ພັນດານຸວົງ ຄະນະປະຈໍາພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ແຂວງ ບໍ
ລິຄໍາໄຊ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມເປີດກວ້າງຄົບອົງຄະນະພັກ ກອງບັນຊາການທະຫານ ແຂວງ
ບໍລິຄໍາໄຊ ຄັ້ງທີ 3 ສະໄໝທີ V ໃນຜ່ານມາ, ເປັນຕົ້ນແມ່ນການຈັດຕັ້ງປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ອົງຄະນະພັກ ກະຊວງປ້ອງກັນປະເທດ
ວາງອອກດ້ວຍຄວາມຮັບຜິດຊອບສູງ ແລະ ສາມາດເຮັດສໍາເລັດໜ້າທີ່ຮອບດ້ານ ທີ່ຄະນະພັກຂັ້ນເທິງມອບໝາຍໃຫ້ໄດ້ດີຕະຫຼອດມາ, ເຊິ່ງສາມາດເຮັດໃຫ້
ສະພາບການລວມໃນທົ່ວແຂວງ ມີຄວາມສະຫງົບ, ປະຊາຊົນຍູ່ທ່າງທໍາມາຫາກິນ, ເສດຖະກິດໄດ້ຮັບການພັດທະນາດີຂຶ້ນ, ໃນນັ້ນໄດ້ເອົາການລົງກໍ່ສ້າງ
ຮາກຖານການເມືອງ ພັດທະນາຊົນນະບົດຢ່າງແຂງແຮງ ເປັນບັນຫາສໍາຄັນ, ເພີ່ມທະວີລົງເຄື່ອນໄຫວແກ້ໄຂບັນຫາປາກົດການຫຍໍ້ທໍ້ໍຕ່າງໆ ໄດ້ທ່ວງທັນກັບ
ສະພາບການ, ເອົາໃຈໃສ່ໃນການປັບປຸງກໍ່ສ້າງກໍາລັງ ໂດຍຖືເອົາວຽກງານສຶກສາອົບຮົມ ການເມືອງ-ນໍາພາແນວຄິດ ໃຫ້ຄະນະພັກແຕ່ລະຂັ້ນ ແລະ ພະນັກ
ງານ-ນັກຮົບ ໄດ້ເຊື່ອມຊຶມ, ກໍາແໜ້ນຕໍ່ແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກໍານົດກົດລະບຽບ ຂອງກອງທັບ, ໄດ້ປັບປຸງກໍ່ສ້າງພັກ,
ກໍ່ສ້າງພະນັກງານ ແລະ ການຈັດຕັ້ງຂັ້ນຕ່າງໆໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ທາງດ້ານ ການເມືອງ ແລະ ການຈັດຕັ້ງປະຕິບັດ, ເພີ່ມທະວີເສີມຂະຫຍາຍ
ສາຍພົວພັນຮ່ວມມືກັບສາກົນ. ເພື່ອຍາດແຍ່ງເອົາການຊ່ວຍເຫຼືອໃນການກໍ່ສ້າງບຸກຄະລາກອນ ແລະ ບັນຫາປິ່ນອ້ອມ ທີ່ມີຄວາມຈໍາເປັນ, ນອກນັ້ນ, ຍັງ
ໄດ້ຊີ້ນໍາ-ນໍາພາ ດ້ານວຽກງານພະລາທິການ-ເຕັກນິກ, ສາມາດຮັບປະກັນໄດ້ທາງດ້ານພາຫະນະເຕັກນິກຮັບໃຊ້ເຂົ້າໃນວຽກງານຕ່າງໆ, ຄຽງຄູ່ກັນນັ້ນກໍໄດ້
ສຸມໃສ່ໃນການປັບປຸງແກ້ໄຂຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ໃຫ້ນັບມື້ດີຂຶ້ນເລື້ອຍໆ, ໂດຍຖືເອົາການປູກຝັງ-ລ້ຽງສັດ ເປັນສໍາຄັນໃນນີ້, ໃນປີ
ຜ່ານມາສາມາດປູກເຂົ້າໄດ້ 14.400 ກິໂລ, ປູກພືດຜັກລົ້ມລຸກປະເພດຕ່າງໆໄດ້ 64.934 ກິໂລ, ມີງົວ ລວມ 620 ໂຕ, ໝູ 68 ໂຕ, ແບ້ 196 ໂຕ, ສັດ
ປີກປະເພດຕ່າງໆ 5.840 ໂຕ, ມີໜອງປາທັງໝົດ 43 ໜອງລ້ຽງປາໄດ້ 112.493 ໂຕ, ສາມາດສ້າງລາຍຮັບເຂົ້າກອງບັນຊາການ ໄດ້ 2 ພັນຕື້ລ້ານກີບ,
ສ່ວນທິດທາງແຜນການໃນຕໍ່ໜ້າຈະໄດ້ສືບຕໍ່ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ, ເສີມຂະຫຍາຍດ້ານດີ ແລະ ສືບຕໍ່ ປະຕິບັດທິດທາງແຜນການທີ່ວາງ ເອົາໄວ້
ໃຫ້ສໍາເລັດ ຕາມລະດັບຄາດໝາຍ, ຈາກນັ້ນຜູ້ແທນກອງປະຊຸມຍັງໄດ້ຜັດ ປ່ຽນກັນຂຶ້ນປະກອບຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນ ການຢ່າງກົງໄປ
ກົງມາດ້ວຍຄວາມຮັບຜິດຊອບສູງ ແລະ ບັນດາອົງການ 5 ຫ້ອງ ຍັງໄດ້ຂຶ້ນແນະນໍາບາງວຽກງານຂອງຕົນຕໍ່ກອງປະຊຸມອີກດ້ວຍ.