ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາວໜຸ່ມ​ໃນ​ທົ່ວ​ແຂວງ ສະຫວັນ​ນະ​ເຂດ ຈຳນວນ 137 ສະຫາຍສະໝັກ​ໃຈ​ຮັບ​ໃຊ້​ຊາດ


ສະຫາຍ ພັນ​ໂທ ຄຳ​ເພັດ ສຸລິຍະ​ວົງ ​ເປັນ​ປະທານ​ພິທີ​ສົ່ງ​ຊາວໝຸ່ມຊາຍສະກັນ​ທີ​ສະໝັກ​ໃຈ​ເຂົ້າ​ຮັບ​ໃຊ້​ປະ​ເທດ​ຊາດ

     ວັນທີ 4 ມີນາ ນີ້, ກອງບັນຊາການທະຫານແຂວງ ສະຫວັນນະເຂດ ໄດ້ຈັດພິທີສົ່ງຊາວໜຸ່ມຊາຍສະກັນຈຳນວນ 137 ສະຫາຍ ທີ່ສະໝັກໃຈເຂົ້າຮັບໃຊ້ປະເທດຊາດ
ຕາມກົດໝາຍພັນທະຂອງພົນລະເມືອງລາວນັບແຕ່ອາຍຸ 18 ປີຂຶ້ນໄປຕ້ອງເຂົ້າຮັບໃຊ້ຊາດ, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນໂທ ຄຳເພັດ ສຸລິຍະວົງ ຄະ
ນະພັກ ຮັກສາການຫົວໜ້າ ການທະຫານກອງບັນຊາການທະຫານແຂວງ ສະຫວັນນະເຂດ, ມີຄະນະພັກ-ຄະນະບັນຊາ ໃນອົງການ 5 ຫ້ອງ, ພໍ່ແມ່ຜູ້ປົກຄອງຂອງທະຫານ
ໃໝ່ເຂົ້າຮ່ວມ.

     ໃນພິທີສະຫາຍ ພັນໂທ ຄຳເພັດ ສຸລິຍະວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ຊາວໜຸ່ມກໍຄືພໍ່ແມ່ຜູ້ປົກຄອງທີ່ມີນຳ້ໃຈເສຍສະຫຼະເຂົ້າຮັບໃຊ້ປະເທດຊາດ
ຕາມກົດໝາຍໄດ້ກຳ ນົດໄວ້ ແລະ ຮຽກຮ້ອງໃຫ້ທະຫານໃໝ່ທຸກສະຫາຍຈົ່ງພ້ອມກັນເອົາໃຈໃສ່ປະຕິບັດລະບຽບຂອງກອງທັບໃຫ້ດີ. ໂດຍສະເພາະແມ່ນ 7 ລະບອບ 18
ວຽກ ໃນມື້ໜຶ່ງຂອງກອງທັບປະຊາຊົນລາວ,ສຳລັບຊາວໜຸ່ມທີ່ສະໝັກຮັບໃຊ້ຊາດໃນປີນີ້ພວກເຮົາໄດ້ຄັດເລືອກເອົາຢ່າງເຄັ່ງຄັດ ໂດຍສະເພາະແມ່ນໄດ້ກວດສຸຂະພາບຢ່າງ
ຖືກຕ້ອງສົມບູນແບບ, ກວດລວງສູງ, ກວດນ້ຳໜັກ ແລະ ທີ່ສຳຄັນແມ່ນການກວດຫາສານເສບຕິດ, ຖ້າຫາກພົບເຫັນພວກເຮົາບໍ່ຮັບພ້ອມທັງສົ່ງໃຫ້ ປກສ ດຳເນີນຄະດີ
ນຳອີກ, ແຕ່ຜ່ານການກວດກາທະຫານໃໝ່ຈຳນວນ 137 ຄົນ ເຫັນວ່າບໍ່ພົບສານເສບຕິດ ແລະ ໄດ້ຕາມມາດຖານທີ່ກະຊວງປ້ອງກັນປະເທດ ໄດ້ກຳນົດໄວ້.