ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປັນ​ແບບຢ່າງ​ໃນ​ການ​ອອກ​ແຮງ​ງານ


ສະຫາຍ ວາທີ ສິງຄຳ ພຸດທະສີ

     ເມື່ອເອີຍເຖິງພະນັກງານ-ນັກຮົບຜູ້ທີ່ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບກໍຄືກົມກອງວາງອອກ ແລະ ດຸໝັ່ນຂະຫຍັນພຽນໃນການອອກແຮງ
ງານເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດຕາມລະດູການເພື່ອແກ້ໄຂຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນນັ້ນ, ສະຫາຍ ວາທີ ສິງຄຳ ພຸດທະສີ ໜ້າທີ່ຮັບຜິດ
ຊອບຫົວໜ້າໝູ່1, ກອງຮ້ອຍທີ 4, ກອງພັນ17 , ກອງ ພັນໃຫຍ່ 102 ກອງພົນທີ 1 ແມ່ນບຸກຄົນໜຶ່ງທີ່ເປັນແບບຢ່າງໃຫ້ແກ່ໝູ່ຄູ່ຫຼາຍໆດ້ານ.

     ສະຫາຍ ວາທີ ສິງຄໍາ ພຸດທະສີ ມີຖິ່ນກຳເນີດຢູ່ ບ້ານ ຈຽງ ເມືອງ ກາສີ ແຂວງວຽງຈັນ, ພາຍຫຼັງຮຽນຈົບມັດທະຍົມຕອນປາຍປີ 2008 ສະຫາຍ
ໄດ້ເຂົ້າເຮັດວຽກກໍ່ສ້າງນຳບໍລິສັດເອກະຊົນແຫ່ງໜຶ່ງ ເປັນເວລາ 5 ປີ ແຕ່ຍ້ອນຢາກປະກອບສ່ວນພັນທະປ້ອງກັນຊາດ ສະຫາຍ ຈຶ່ງໄດ້ຕັດສິນໃຈສະໝັກ
ເຂົ້າມາຮັບໃຊ້ຊາດຢູ່ໃນ ຖັນແຖວຂອງກອງທັບໃນປີ 2013, ເຊິ່ງການຈັດຕັ້ງໄດ້ປະກອບໃຫ້ເປັນນັກຮົບຢູ່ ກອງຮ້ອຍ 2 ກອງພັນ17.

     ພາຍຫຼັງ ສະຫາຍ ໄດ້ບັນຈຸຢູ່ກຳລັງແລ້ວໄດ້ເຂົ້າມາຮັບໃຊ້ຊາດແລ້ວ ສະຫາຍ ໄດ້ຕັ້ງ ໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ປະຕິບັດຂໍ້ກຳນົດກົດ
ລະບຽບຂອງກອງທັບ ກໍຄືກົມກອງວາງອອກຢ່າງເຂັ້ມງວດ, ດຸໝັ່ນຂະຫຍັນພຽນໃນການອອກແຮງງານເພີ່ມພູນຜະລິດຜົນ. ຕົກມາໃນປີ 2015 ສະຫາຍ
ໄດ້ຖືກຄັດເລືອກໄປຮຽນຕໍ່ນາຍສິບ ຢູ່ທີ່ສູນ​ເຝິກອົບຮົມຂອງ ກອງພົນທີ1, ພາຍຫຼັງຮຽນຈົບ ສະຫາຍ ໄດ້ສັບຊ້ອນໜ້າທີ່ ເປັນຫົວໜ້າ ໝູ່1, ໝວດ3,
ກອງຮ້ອຍທີ 4 ຈົນ ເຖິງປັດຈຸບັນ. ເຖິງວ່າໃນເບື້ອງຕົ້ນ ສະຫາຍ ຈະບໍ່ທັນແຊັງເຄີຍກັບ ການເຮັດວຽກລວມໝູ່ ແລະ ໜ້າທີ່ວິຊາສະເພາະທີ່ຂັ້ນເທິງມອບ
ໝາຍໃຫ້, ແຕ່ ສະຫາຍ ກໍບໍ່ໄດ້ທໍ້ຖອຍ, ຕັ້ງໜ້າຍຶດໝັ້ນຕໍ່ອຸດົມການຂອງຕົນ ໃຫ້ສົມກັບຄວາມຮັກມັກໃນອາຊີບທະຫານ, ມີຄວາມອົດທົນຜ່ານຜ່າ
ຄວາມຫຍຸ້ງຍາກຫຼາຍດ້ານ, ອອກແຮງເຝິກຝົນຫຼໍ່ຫຼອມຕົນເອງໃນການສຶກສາຮ່ຳຮຽນເຊັ່ນ ຮຽນນໍາໝູ່ເພື່ອນ; ການຈັດຕັ້ງໃນກົມກອງທາງດ້ານໜ້າທີ່
ວຽກງານນໍາເອົາປະສົບການມາປັບປຸງແກ້ແຂ້​ໄຂຕົນເອງ ໃຫ້ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ. ຍ້ອນແນວນັ້ນ, ສະຫາຍ ຈຶ່ງໄດ້ຮັບຄວາມໄວເນື້ອເຊື່ອໃຈຈາກຄະ
ນະພັກ-ຄະນະບັນຊາ ແລະ ມອບໝາຍໜ້າທີ່ອັນສົມກຽດໃຫ້ແກ່ ສະຫາຍ ອັນໄດ້ເຮັດໃຫ້ສະຫາຍຍິ່ງເພີ່ມທະວີຄວາມຮັບຜິດຊອບໃນໜ້າທີ່ການເມືອງ
ຂອງຕົນ, ມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບວາງອອກໄດ້ເປັນຢ່າງດີ, ມີຄວາມສາມັກຄີພາຍໃນ ແລະ
ພາຍນອກຢ່າງແໜ້ນແຟ້ນ, ເຊິ່ງໃຜໆກໍໃຫ້ຄວາມຍົກຍ້ອງສັນລະເສີນວ່າ: ສົມແລ້ວທີ່ເປັນແບບຢ່າງທີ່ດີໃຫ້ແກ່ໝູ່ເພື່ອນ.

     ນອກຈາກຄວາມໂດດເດັ່ນໃນການບັນຊາ - ນໍາພາແລ້ວ ສະຫາຍ ຍັງໄດ້ເປັນແບບຢ່າງໃນການອອກແຮງງານແບບລວມໝູ່, ດຸໝັ່ນໃນການເພີ່ມພູນ
ຜະລິດຜົນປູກຝັງ - ລ້ຽງສັດ ເຊິ່ງແຕ່ລະປີສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດໄດ້ 9.000.000 - 10.000.000 ກີບ.

     ສະຫາຍ ພັນຕີ ກໍລະກັນ ສຸລິນທອນ ຫົວໜ້າການທະຫານກອງຮ້ອຍທີ 4 ໄດ້ກ່າວວ່າ: ສະຫາຍ ວາທີ ສິງຄໍາ ພຸດທະສີ ແມ່ນບຸກຄົນດີເດັ່ນໃນກົມ
ກອງ, ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານໄດ້ເປັນຢ່າງດີ, ພ້ອມທັງໂດດເດັ່ນໃນການອອກແຮງງານເພີ່ມພູນຜະລິດຜົນສ້າງລາຍຮັບໃຫ້ແກ່
ຕົນເອງອີກດ້ວຍ.ຈາກຜົນງານດັ່ງກ່າວຈຶ່ງເຮັດໃຫ້ ສະຫາຍ ວາທີ ສິງຄຳ ພຸດທະສີ ໄດ້ຮັບການຍ້ອງຍໍຈາກຂັ້ນເທິງເຊັ່ນ: ໄດ້ຮັບຫຼຽນໄຊແຮງງານ ຊັ້ນ III
ຈຳນວນ 1 ໜ່ວຍ, ໄດ້ຮັບໃບຢັ້ງຢືນ ຊາວໜຸ່ມ 4 ບຸກ ແລະ ໃບຍ້ອງຍໍຈາກຂັ້ນເທິງຫຼາຍ ລະດັບຢ່າງສົມກຽດ.