ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານນະຄອນຫຼວງວຽງຈັນ ເປີດຂະບວນການແຂ່ງຂັນກີລາ


ພິທີ​ເປີດ​ຂະ​ບວນການ​ແຂ່ງຂັນ​ກິລາ

     ໃນວັນທີ 5 ທັນວາ 2019 ນີ້ ໂດຍການເເຂົ້າຮ່ວມ ແລະ ກ່າວເປີດພິທີເປັນທາງການຂອງສະຫາຍ ພັນເອກ ສີ ທະວີໄຊ ຫົວໜ້າ ການທະຫານກອງບັນຊາການທະ
ຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ອົງການ 5 ຫ້ອງ, ກົມກອງຂຶ້ນກັບຕະຫຼອດຮອດພະນັກງານ-ນັກຮົບ ແລະ ຄະນະຮັບຜິດຊອບວຽກງານຂະບວນ
ການກີລາ, ນັກກີລາທົ່ວທະຫານນະຄອນຫຼວງວຽງຈັນເຂົ້າຮ່ວມ.

     ສະຫາຍ ພັນໂທ ບຸນລິດ ສີສຸພອນ ຮອງຫົວໜ້າ ຫ້ອງເສນາທິການ ທະຫານນະຄອນຫຼວງວຽງຈັນຂຶ້ນຜ່ານແຜນການເປີດຂະບວນການແຂ່ງຂັນກີລາກາຍຍະກຳ ປະ
ຈຳປີ 2019 ຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ແລະ ພ້ອມທັງປະກາດກະຕິກາກົດລະບຽບ. ກີລາທີ່ນຳມາແຂ່ງຂັນຄັ້ງນີ້ ລວມມີ 5 ປະເພດກີລາຄື: ບານ
ເຕະຊາຍ ມີ 19 ທີມ, ບານສົ່ງຊາຍ ມີ 20 ທີມ, ບານສົ່ງຍິງ ມີ 7 ທີມ, ກະຕໍ້ ມີ 21 ທີມ, ເປຕັງອາວຸໂສຄະນະບັນຊາອົງການ 5 ຫ້ອງ ມີ 5 ທີມ ແລະ ເປຕັງຊາວໜຸ່ມທີມ
ຊຸດຊາຍ 2 ຍິງ 1 ສຳຮອງ 2 ສະຫາຍ ຈຳນວນ 25 ທີມ, ການຈັດຕັ້ງແຂ່ງຂັນແມ່ນຈະໄດ້ດຳເນີນເປັນເວລາ 15 ວັນ, ຈິ່ງຈະສຳເລັດລົງຕາມແຜນການ ສະຫາຍ ຮອງຫົວ
ໜ້າ ຫ້ອງເສນາທິການ ໄດ້ກ່າວເນັ້ນວ່າ: ບັນດາກົມກອງທີ່ເຂົ້າຮ່ວມການແຂ່ງຂັນຕ້ອງຍົກສູງຄວາມຮັບຜິດຊອບມີລະບຽບວິໄນ, ສ້າງໃຫ້ໄດ້ບັນຍາກາດເບີກບານມ່ວນ
ຊື່ນ, ມີຄວາມສາມັກຄີ ແລະ ມີຄວາມປອດໄພ 100%.

     ການຈັດຕັ້ງແຂ່ງຂັນກີລາດັ່ງກ່າວນີ້ ກໍເພື່ອເປັນການເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ v ຂອງອົງຄະນະພັກກອງບັນຊາການທະຫານ
ນະຄອນຫຼວງວຽງຈັນ ຕິດພັນກັບຂະບວນການກີລາ ເພື່ອຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ທັງນີ້ກໍເພື່ອເປັນການ ສ້າງບັນຍາກາດໃຫ້ມີຂະບວນ
ການຟົດຟື້ນ ເປັນການກະຕຸກຊຸກຍູ້ເສີມສ້າງສຸຂະພາບໃຫ້ນາຍ ແລະ ພົນທະຫານມີຄວາມເຂັ້ມແຂງ ແລກປ່ຽນທັດສະການຫຼີ້ນກີລາເຊິ່ງກັນ ແລະ ກັນ ພ້ອມກັນຈັດຕັ້ງປະ
ຕິບັດໜ້າທີ່ວຽກງານການເມືອງຂອງຕົນໃຫ້ມີຜົນສຳເລັດເທື່ອລະກ້າວ.