ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ມອບເງິນນະໂຍບາຍ​ໃຫ​້ຄອບຄົວພະນັກງານທີ່ເສຍຊີວິດ


     ວັນທີ 4 ຕຸລາ 2019 ນີ້ ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດພິທີມອບເງິນນະໂຍບາຍ ໃຫ້ຄອບຄົວຂອງອະດີດພະນັກງານ
ທີ່ເຮັດວຽກຢູ່ ກົມ ວສ-ປສ ການທະຫານ ທັງໝົດ 2 ສະຫາຍ ໂດຍເປັນກຽດມອບຂອງ ສະຫາຍ ພັນເອກ ສຸລິວັນ ແສງຈັນ ຮອງຫົວໜ້າ ກົມ ວສ-ປສ ການທະຫານ, ມີ
ພະນັກງານທີ່ກ່ຽວຂ້ອງ ແລະ ຕາງໜ້າຄອບຄົວຜູ້ເສຍຊີວິດເຂົ້າຮ່ວມ.

     ສະຫາຍ ຫົວໜ້າ ຂະແໜງປະກັນສັງຄົມແຈ້ງໃຫ້ຮູ້ວ່າ: ການຄິດໄລ່ເງິນນະໂຍບາຍຂອງພະນັກງານຜູ້ເສຍຊີວິດ ແມ່ນປະຕິບັດຕາມແຜນຄິດໄລ່ເງິນຂອງກົມປະກັນສັງ
ຄົມຕາມທິດຊີ້ນຳຂອງ ກະຊວງປ້ອງກັນປະເທດ ຄິດໄລ່ໃນອັດຕາດຽວກັນໃນນັ້ນ ສະຫາຍ ພັນໂທ ນາງ ອົມມະລີ ອຸດທະວົງ ໄດ້ເປັນເງິນ 127.200.000 ກີບ ແລະ ສິບ
ເອກ ນາງ ວຽງສະຫວັນ ຈັນສຸລິພອນ ໄດ້ເປັນເງິນ 30.700.000 ກີບ ໂດຍຕາງໜ້າທັງສອງຄອບຄົວກ່າວຮັບ.

     ໂອກາດນີ້ ສະຫາຍ ຮອງຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານ ຍັງໄດ້ເນັ້ນໜັກໃຫ້ຜູ້ຕາງໜ້າທັງສອງຄອບຄົວ ຈົ່ງນຳເອົາເງິນຈຳນວນດັ່ງກ່າວໄປໝູນ
ໃຊ້ເຂົ້າໃນວຽກງານທີ່ຈຳເປັນເພື່ອພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ.