ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະນັກກີລາ ເຂົ້າຮ່ວມການແຂ່ງຂັນກີລາມິດຕະພາບກອງທັບ ລາວ-ມຽນມາ ຄັ້ງທີ 3


     ໃນຕອນເຊົ້າຂອງ ວັນທີ 7 ຕຸ ລາ 2019 ນີ້, ຄະນະນັກກີລາ ກອງທັບປະຊາຊົນລາວ ເຊິ່ງນຳໂດຍ ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ຫົວໜ້າ ກົມອົບຮົມ, ກົມ
ໃຫຍ່ເສນາທິການກອງທັບ ໄດ້ເດີນທາງຈາກນະຄອນຫຼວງວຽງຈັນ ເຖິງນະຄອນຫຼວງເນປີດໍ ສສ ມຽນມາ ເພື່ອເຂົ້າຮ່ວມການແຂ່ງຂັນກີລາມິດຕະພາບ ລະຫວ່າງ ກອງ
ທັບປະຊາຊົນລາວ ກັບກອງທັບ ສາທາລະນະລັດສະຫະພາບ ມຽນມາ ຄັ້ງທີ 3.

     ໃຫ້ກຽດຕ້ອນຮັບ ຄະນະນັກກີລາ ກອງທັບ ເຮົາຢ່າງເປັນທາງການໂດຍ ທ່ານ ພົນຕີ ຊິນມິນແທັດ ຮອງຫົວໜ້າ ກົມນະໂຍບາຍ ກອງທັບ ສສ ມຽນມາ ພ້ອມດ້ວຍ
ຄະນະທີ່ຫ້ອງປະຊຸມຂອງໂຮງແຮມ Aureum Palace ໃນ ເນປີດໍ. ໃນພິທີຕ້ອນຮັບຢ່າງເປັນທາງການໄດ້ດຳເນີນຢ່າງມີເນື້ອໃນ ແລະ ມີຄວາມໝາຍແຫ່ງມິດຕະພາບ
ຂອງສອງ ກອງທັບ ລາວ-ມຽນມາ. ຄະນະນໍານັກກີລາເຮົາ ແລະ ຝ່າຍກອງທັບມຽນມາໄດ້ຍົກໃຫ້ເຫັນເຖິງເນື້ອໃນຈິດໃຈ ໃນການຈັດກີລາມິດຕະພາບລະຫວ່າງສອງ
ກອງທັບ ຂຶ້ນບົນພື້ນຖານການພົວພັນຮ່ວມມືລະຫວ່າງສອງ ກອງທັບ ແລະ ສາຍພົວພັນມິດຕະພາບອັນດີງາມຂອງສອງຊາດຖານບ້ານໃກ້ເຮືອນຄຽງ.

     ກີລາມິດຕະພາບກອງທັບລາວ-ມຽນມາ, ມຽນມາ-ລາວ ຄັ້ງນີ້, ເປັນຄັ້ງທີ 3 ທາງຝ່າຍກອງທັບ ມຽນມາ ເປັນເຈົ້າພາບຈັດທີ່ນະຄອນຫຼວງເນປີດໍ. ສ່ວນຄະນະນັກ
ກີລາລາວເດີນທາງໄປແຂ່ງຂັນມີສອງປະເພດຄື: ກີລາເຕະບານ ແລະ ກີລາກະຕໍ້ເຊິ່ງການແຂ່ງຂັນຈະມີຂຶ້ນໃນວັນທີ 9 ຕຸລາ 2019 ນີ້.