ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນກໍ່ສ້າງນາຍສິບເລກ 1 ເຜີຍແຜ່ກົດໝາຍ
ວ່າດ້ວຍວຽກງານປະກັນສັງຄົມ (ສະບັບປັບປຸງ)


ສະຫາຍ ພັນເອກ ສີລາວົງ ບຸນມີໄຊ ​ເປັນ​ປະທານ​ກອງ​ປະຊຸມ ເຜີຍແຜ່ກົດໝາຍວ່າດ້ວຍວຽກງານປະກັນສັງຄົມສະບັບປັບປຸງໃໝ່

     ກາງເດືອນກໍລະກົດ 2019 ຜ່ານມາ, ໂຮງຮຽນກໍ່ສ້າງ ນາຍສິບເລກ 1 ໄດ້ເຜີຍແຜ່ກົດໝາຍວ່າດ້ວຍວຽກງານປະກັນສັງຄົມສະບັບປັບປຸງໃໝ່ ໂດຍການເປັນ ປະທານ
ຂອງ ສະຫາຍ ພັນເອກ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນ, ມີຄະນະພັກ-ຄະນະອຳນວຍການຕະຫຼອດຮອດ ພະນັກງານ-ນັກຮົບໃນທົ່ວໂຮງຮຽນເຂົ້າຮ່ວມ.

     ສະຫາຍ ພັນໂທ ພັນມາລາ ເພັງຄຸນ ຫົວໜ້າ ພະແນກປະກັນສັງຄົມ ໂຮງຮຽນ ໄດ້ຂຶ້ນອະທິບາຍບາງເນື້ອໃນກ່ຽວກັບການອຸດໜູນປະກັນສັງຄົມປະເພດຕ່າງໆ (ສະບັບ
ປັບປຸງ) ປະກອບມີ 12 ພາກ, 16 ໝວດ ແລະ 123 ມາດຕາທັງນີ້ກໍເພື່ອເຮັດໃຫ້ນາຍ ແລະ ພົນທະຫານຢູ່ພາຍໃນໂຮງຮຽນເລກ 1 ຮັບຮູ້ເຊື່ອມຊຶມ ແລະ ເຂົ້າໃຈແຈ້ງຕໍ່
ກົດໝາຍວ່າດ້ວຍການປະກັນສັງຄົມ ແລະ ເປັນແນວທາງແກ່ການຊີ້ນຳ-ນຳພາ ພ້ອມກັນຈັດຕັ້ງປະຕິບັດໃຫ້ຖືກຕ້ອງຄົບຖ້ວນຕາມຂໍ້ກຳນົດເຮັດໃຫ້ຜູ້ມາໃຊ້ບໍລິການ ແລະ
ຜູ້ບໍລິການມີຄວາມເຂົ້າໃຈແຈ້ງຂຶ້ນ ຕື່ມ.