ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນກໍ່ສ້າງ​ນາຍ​ສີ​ບ​ເລກ 2 ວຽງ​ໄຊ ປະກາດ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ


ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໃຫ້ກຽດຂຶ້ນປະດັບຊັ້ນ

     ໃນວັນທີ 7 ມັງກອນ 2020 ນີ້, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງ
ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າ ການທະຫານໂຮງຮຽນ, ມີຄະນະຫ້ອງການ, ຄະນະກອງພັນນັກຮຽນ, ຕະຫຼອດຮອດພະນັກງານທີ່ໄດ້ຮັບການເລື່ອນ
ຊັ້ນ-ທຽບຊັ້ນເຂົ້າຮ່ວມ.

     ສະຫາຍ ພັນໂທ ທອງສາ ການະຄອນ ຫົວໜ້າ ພະແນກພະນັກງານໂຮງຮຽນ ໄດ້ຂຶ້ນຜ່ານຂໍ້ ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ.
ກ່ຽວກັບການເລື່ອນຊັ້ນ ໃຫ້ນາຍທະຫານຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວໃນ ໝວດທີ 3 ມາດຕາທີ
22 ແລະ 23 ວ່າດ້ວຍການເລື່ອນທຽບຊັ້ນ ແລະ ເລື່ອນຊັ້ນໃຫ້ພະນັກງານນາຍທະຫານຜູ້ທີ່ມີຜົນງານດີເດັ່ນ ແລະ ຮອດອາຍຸການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ຈຳນວນ
62 ສະຫາຍ, ໃນນັ້ນໄດ້ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 4 ສະຫາຍ, ທຽບຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 2 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 14 ສະຫາຍ, ເລື່ອນ
ທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 10 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 10 ສະຫາຍ, ເລື່ອນ ທຽບຊັ້ນ ຮ້ອຍໂທ 22 ສະຫາຍ.