ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການເມືອງທະຫານແຂວງຫຼວງພະບາງ ເປີດຂະບວນການແຂ່ງຂັນກີລາ


ຂະ​ບວນການ​ແຂ່ງຂັນ​ກິລາ​ມິດຕະພາບ

     ໃນວັນທີ 1 ພະຈິກ ປີ 2019 ນີ້, ຫ້ອງການເມືອງທະຫານແຂວງ ຫຼວງພະບາງ ໄດ້ເປີດຂະບວນການແຂ່ງຂັນກີລາມິດຕະພາບຢູ່ທີ່ເດີ່ນຂອງຫ້ອງການເມືອງ ໂດຍການ
ເປັນປະທານຂອງ ສະຫາຍ ພັນໂທ ສົມໃຈ ສີສະຫວັດ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າ ຫ້ອງການເມືອງທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ຕາງໜ້າ
ຈາກອົງການອ້ອມຂ້າງ, ພະແນກການ ແລະ ພະນັກງານ-ນັກຮົບ ພາຍໃນຫ້ອງການເມືອງເຂົ້າຮ່ວມ.

     ໂອກາດນີ້ ສະຫາຍ ພັນໂທ ແສງອາລຸນ ແກ້ວອິນທະລາດ ຫົວໜ້າ ພະແນກບໍລິຫານ-ສັງລວມຫ້ອງການເມືອງ ໄດ້ຂຶ້ນຜ່ານແຜນການຈັດຕັ້ງເຄື່ອນໄຫວກີລາຂອງຫ້ອງ
ການເມືອງ, ກີລາທີ່ຈະນໍາມາແຂ່ງຂັນໃນຄັ້ງນີ້ປະກອບມີ 3 ປະເພດກີລາຄື: ກີລາເຕະບານ, ບານສົ່ງ ຍິງ-ຊາຍ, ກີລາເປຕັງ ຍິງ-ຊາຍ. ໃນການແຂ່ງຂັນມີ 5 ທີມເຂົ້າຮ່ວມ:
ທີມນັກກິລາໜ່ວຍພັກພະນັກງານ, ໜ່ວຍພັກປ້ອງກັນພາຍໃນ, ໜ່ວຍ ພັກປະກັນສັງຄົມ, ໜ່ວຍພັກໂຄສະນາ ແລະ ໜ່ວຍພັກບໍລິຫານ, ທັງນີ້ກໍເພື່ອສ້າງຂະບວນການຂໍ່າ
ນັບຮັບຕ້ອນວັນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ ແລະ ຂອງກອງທັບ ໂດຍສະເພາະແມ່ນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກກອງບັນຊາການທະຫານ
ແຂວງ ຫຼວງພະບາງ ໃຫ້ມີບັນຍາກາດຟົດຟື້ນຕໍ່ເນື່ອງ, ທັງເປັນການຜູກແໜ້ນຄວາມສາມັກຄີໄມຕີຈິດມິດຕະພາບເຊິ່ງກັນ ແລະ ກັນລະຫວ່າງການຈັດຕັ້ງ ໜ່ວຍພັກ, ພະ
ແນກການ, ພະນັກງານ-ນັກຮົບພາຍໃນຫ້ອງການເມືອງ, ທັງເປັນການຄັດເລືອກເອົານັກກີລາແຕ່ລະປະເພດ ເພື່ອສົ່ງເຂົ້າແຂ່ງຂັນຂະບວນການກີລາຂອງກອງບັນຊາການ
ແລະ ຍັງເປັນການຝຶກກໍາລັງແຮງກາຍຂອງນາຍ ແລະ ພົນທະຫານ ໃຫ້ມີສຸຂະພາບທີ່ແຂງແຮງ, ກຽມພ້ອມເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ.