ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

5 ປີຜ່ານມາ ທະຫານ​ແຂວງ ສາລະ​ວັນ ສາມາດ​ສ້າງ​ລາຍ​ຮັບ​ໄດ້​ເກືອບ 13 ຕື້​ກີບ


ສະຫາຍ ພັນໂທ ສຸລິຄອນ ລິດແສນຫວັງ ໃຫ້ຮູ້ວ່າ 5 ປີຜ່ານມາ ທະຫານ​ແຂວງ ສາລະ​ວັນ ​ສ້າງ​ລາຍ​ຮັບ​ໄດ້​ເກືອບ 13 ຕື້​ກີບ

     ໂດຍປະຕິບັດຕາມທິດຊີ້ນຳຂອງກະຊວງປ້ອງກັນປະເທດ ແລະ ການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງສູນກາງພັກ, ມະຕິກອງປະຊຸມ
ໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະເທດ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານ ແຂວງ ສາລະວັນ ໂດຍປິ່ນອ້ອມ
4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດ ວາງອອກ ຄະນະພັກກອງບັນຊາການທະຫານແຂວງ ສາລະວັນ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ອຳ
ນວຍຄວາມສະດວກໃຫ້ບັນດາກົມກອງຮາກຖານໝູນໃຊ້ຫົວຄິດປະດິດສ້າງ ແລະ ທ່າແຮງບົ່ມຊ້ອນເຂົ້າໃນການປັບປຸງພື້ນຖານໂຄງລ່າງໃຫ້ມີຄວາມແໜ້ນໜາຖາວອນ,
ສ້າງເສດຖະກິດຊອກຫາແຫຼ່ງລາຍຮັບເຂົ້າກົມກອງຈາກການປູກຝັງ-ລ້ຽງສັດ ແລະ ບໍລິການຕ່າງໆ ເຊິ່ງ 5 ປີຜ່ານມາ, ທົ່ວທະຫານແຂວງສາມາດສ້າງລາຍຮັບໄດ້ທັງໝົດ
ເກືອບ 13 ຕື້ກີບ.

     ສະຫາຍ ພັນໂທ ສຸລິຄອນ ລິດແສນຫວັງ ຄະນະພັກກອງບັນຊາການ ຫົວໜ້າ ຫ້ອງພະລາທິການ ກອງບັນຊາການທະຫານແຂວງ ສາລະວັນ ໃຫ້ຮູ້ວ່າ: ຄະນະພັກ-ຄະ
ນະກອງບັນຊາການ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ບັນດາກົມກອງຢ່າງໃກ້ຊິດຕິດແທດໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງປ້ອງກັນປະ
ເທດ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກອງບັນຊາການທະຫານແຂວງ ເຂົ້າໃນວຽກງານຕົວຈິງຢ່າງຕັ້ງໜ້າຖືສຳຄັນວຽກງານສຶກສາອົບຮົມການເມືອງ-ນຳ
ພາແນວຄິດສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານລວມຂອງກົມກອງດ້ວຍຫຼາຍຮູບການ, ຫຼາຍເນື້ອໃນເຮັດໃຫ້ພະນັກງານ-ນັກຮົບ ໃນທົ່ວທະຫານ ແຂວງ ສາລະວັນ
ເຊື່ອມຊຶມກຳແໜ້ນຕໍ່ຄາດໝາຍສູ້ຊົນໃນແຕ່ລະດ້ານໂດຍສະເພາະແມ່ນໜ້າທີ່ຮັບປະກັນພະລາທິການ. ໃນນີ້, ກົມກອງໄດ້ຖືເອົາວຽກງານ 4 ປູກ 4 ລ້ຽງ ເປັນສຳຄັນ, ໝາຍ
ວ່າປູກຫຼາຍ, ລ້ຽງຫຼາຍໃຫ້ກາຍເປັນສິນຄ້າ ເພື່ອສະໜອງເຂົ້າເຮືອນຄົວລວມ ຫຼື ຂາຍອອກສູ່ທ້ອງຕະຫຼາດ ຮັບປະກັນຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃຫ້ໄດ້ກິນ
ເຂົ້າມື້ໜຶ່ງ 3 ຄາບ, ອາຫານ 3 ເຍື່ອງ ຂຶ້ນໄປຢ່າງເປັນປົກກະຕິ. ພ້ອມທັງຮັບປະກັນໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ, ການເຝິກ ແອບຮໍ່າຮຽນການເມືອງ,
ການທະຫານ, ພະລາທິການ-ເຕັກນິກ ເພື່ອຍົກລະດັບສິລະປະຍຸດ-ຍຸດທະວິທີ ໃຫ້ມີຄວາມຊໍານິຊໍານານ, ການກຽມກໍາລັງກອບກູ້ໄພພິບັດທາງທຳມະຊາດ ກໍຄືກຽມພ້ອມ
ສູ້ຮົບຕະຫຼອດເວລາ ແລະ ເປັນການສະສົມທຶນຮອນເຂົ້າໃນການສ້າງສາພັດທະນາກົມກອງໃຫ້ມີຄວາມແໜ້ນໜາຖາວອນ.


ເກັບ​ກ່ຽວ​ເຂົ້ານາ​ປ

     ຕະຫຼອດໄລຍະ 5 ປີຜ່ານມາ, ທົ່ວກອງບັນຊາການທະຫານແຂວງ ສາລະວັນ ໄດ້ຮັບການກໍ່ສ້າງທັງໝົດ 92 ໂຄງການ, ລວມມູນຄ່າ 28,17 ລ້ານກວ່າກີບ, ສຳເລັດ
74 ໂຄງການ, ໃນນີ້ນຳໃຊ້ທຶນຂອງກອງບັນຊາການ 42 ໂຄງການ, ທຶນຂອງບັນດາກົມກອງກຸ້ມຕົນເອງ 38 ໂຄງການ, ທຶນຂອງແຂວງ 5 ໂຄງການ, ທຶນຂອງຄະນະບໍລິ
ຫານງານຊາວໝຸ່ມແຂວງສົມທົບກັບ ຫ້ອງວ່າການປົກຄອງແຂວງ 1 ໂຄງການ ແລະ ທຶນຂອງເພື່ອນມິດຍຸດທະສາດ ສສ ຫວຽດນາມ 6 ໂຄງການ, ປັດຈຸບັນທົ່ວກອງ
ບັນຊາການທະຫານ ແຂວງ ສາລະວັນ ມີສິ່ງປຸກສ້າງທັງໝົດ 398 ຫຼັງ, ບັນລຸໄດ້ 65% ຂອງແຜນການ, ເຄິ່ງຖາວອນ 56 ຫຼັງ, ຊົ່ວຄາວ 7 ຫຼັງ. ນອກນີ້ກອງບັນຊາການ
ທະຫານ ແຂວງ ສາລະວັນ ຍັງໄດ້ຊຸກຍູ້ແຕ່ລະກົມກອງເອົາໃຈໃສ່ວຽກງານ 4 ປູກ 4 ລ້ຽງ ເພື່ອສ້າງລາຍຮັບໂດຍໝູນໃຊ້ທ່າແຮງບົ່ມຊ້ອນຂອງແຕ່ລະກົມກອງຕາມທິດນໍາ
ທີ່ວ່າ: ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໃນນັ້ນ, ປູກເຂົ້ານາປີ-ນາແຊງ ເກັບກູ້ໄດ້ 750.741 ກິໂລ, ປູກມັນຕົ້ນ ເກັບກູ້ໄດ້ 1.493.529
ກິໂລ, ປູກສາລີເກັບກູ້ໄດ້ 21.993 ກິໂລ, ປູກກາເຟ ເກັບກູ້ໄດ້ 12.391 ກິໂລ, ປູກຕົ້ນໄມ້ອຸດສາຫະກໍາ, ຕົ້ນໄມ້ກິນໝາກໃຫ້ຮົ່ມໄດ້ 25.863 ຕົ້ນ, ປູກພືດຜັກຊະນິດ
ຕ່າງໆ ເກັບກູ້ໄດ້ 566.912 ກິໂລ, ລ້ຽງຄວາຍ 10 ໂຕ, ງົວ 670 ໂຕ, ແບ້ 200 ໂຕ, ໝູ 1.834 ໂຕ, ສັດປີກ 34.072 ໂຕ, ລ້ຽງກົບ 2.453 ກິໂລ, ລ້ຽງປາ 20.947
ກິໂລ. ສັງລວມແລ້ວ 5 ປີ ຜ່ານມາທົ່ວກອງບັນຊາການທະຫານແຂວງ ສາມາດສ້າງລາຍຮັບໄດ້ທັງໝົດເກືອບ 13 ຕື້ກີບ, ໃນນັ້ນຮັບຈາກເຮືອນພັກ-ຮ້ານອາຫານ 1,77
ຕື້ກວ່າກີບ, ຮັບຈາກໂຮງສີເຂົ້າ 1,58 ຕື້ກວ່າກີບ, ຮັບຈາກປູກຝັງ-ລ້ຽງສັດ 7,61 ຕື້ກວ່າກີບ ແລະ ຮັບຈາກແຫຼ່ງອື່ນໆ 1,93 ຕື້ກວ່າກີບ, ທຽບໃສ່ກອງປະຊຸມໃຫຍ່ ຄັ້ງທີ
IV ຂອງອົງຄະນະພັກກອງບັນຊາການທະຫານແຂວງ ຜ່ານມາເພີ່ມຂຶ້ນ 5,24 ຕື້ກວ່າກີບ.


ງົວ​ຂອງ​ກອງ​ບັນຊາ​ການ