ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍຊາວໜຸ່ມຫ້ອງເຕັກນິກທະຫານ ແຂວງ ຫຼວງພະບາງ
ສ້າງ​ຂະ​ບວນການອອກ​ແຮງ​ງານ​ລວມ


ຄະນະໜ່ວຍຊາວໜຸ່ມ ແລະ ອ້າຍນ້ອງສະມາຊິກ ອອກ​ແຮງງານ​ລວມ

     ໃນວັນທີ 31 ກໍລະກົດ 2019 ນີ້ ໜ່ວຍຊາວໜຸ່ມຫ້ອງເຕັກນິກທະຫານ ແຂວງ ຫຼວງພະບາງ ໄດ້ຈັດຕັ້ງສ້າງຂະບວນການອອກແຮງງານລວມ ໃນນີ້ມີຄະນະໜ່ວຍ
ຊາວໜຸ່ມ ແລະ ອ້າຍນ້ອງສະມາຊິກພາຍໃນໜ່ວຍເຂົ້າຮ່ວມ 40 ກວ່າສະຫາຍ.

     ການອອກແຮງງານໃນຄັ້ງນີ້ແມ່ນຕັດຫຍ້າ, ອະນາໄມພື້ນທີ່ທໍາການຜະລິດປູກພືດຜັກລົ້ມລຸກຊະນິດຕ່າງໆ ແລະ ຕົ້ນໄມ້ອຸດສາຫະກໍາຂອງຫ້ອງເຕັກນິກ, ເພື່ອເຮັດໃຫ້
ຂອບເຂດຮັບຜິດຊອບມີຄວາມສະອາດຈົບງາມ ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ ແລະ ເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ ແລະ
ຂອງກອງທັບ ໂດຍສະເພາະແມ່ນການສ້າງຜົນງານຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ.