ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜຶ່ງ​ໃນ​ກົມ​ກອງ​ທີ່​ມີ​ທ່າ​ແຮງ​ໃນ​ການ​ພັດທະນາພື້ນຖານ​ໂຄງ​ລ່າງ​ຂອງ​ຕົນ


ພະນັກງານ-ນັກຮົບ ​ກອງພັນ 609 ກຳລັງກີດ​ຢາງ

     ກອງພັນ 609 ທະຫານແຂວງ ໄຊຍະບູລີ ກໍແມ່ນກົມກອງຮາກຖານໜຶ່ງທີ່ເຄື່ອນໄຫວໜ້າທີ່ວິຊາສະເພາະຂອງຕົນຮັບປະກັນໄດ້ຄວາມປອດໄພໃນຂອບເຂດທີ່ກົມກອງ
ຮັບຜິດຊອບ, ໄປຄວບຄູ່ກັບການສ້າງ ເງື່ອນໄຂທ່າແຮງບົ່ມຊ້ອນຂອງຕົນເຂົ້າໃນການຜະລິດເພື່ອສ້າງລາຍຮັບເຂົ້າກົມກອງຈາກການເພີ່ມພູນຜະລິດຜົນຕາມທິດ 4 ປູກ 4
ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ.

     ສະຫາຍ ພັນຕີ ຈັນທອງ ຈັນຟອງ ຫົວໜ້າການທະຫານ ກອງພັນ 609 ທະຫານແຂວງ ໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດນໍາທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນ
ເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ, ພະນັກງານ-ນັກຮົບ ພ້ອມກັນເປັນເຈົ້າການສຸມໃສ່ວຽກງານສ້າງເສດຖະ
ກິດແກ້ໄຂຊີວິດການເປັນຢູ່ຈາກການເພີ່ມພູນຜະລິດຜົນຕາມເງື່ອນໄຂ 4 ປູກ 4 ລ້ຽງ ດ້ວຍຫຼາຍຮູບການເພື່ອບັນລຸໝາກຜົນດີ ໃນນີ້ກົມກອງສາມາດສ້າງລາຍຮັບຈາກ
ການຂາຍຜົນລະປູກປະເພດຕ່າງໆ 84.497.000 ກີບ, ຮັບຈາກການຂາຍສັດລ້ຽງປະເພດຕ່າງໆ 19.950.000 ກີບ, ຮັບຈາກການບໍລິການອື່ນໆ 13.000.000 ກີບ,
ຮັບຈາກການຂາຍຢາງພາລາ 14.679.600 ກີບ, ເຮັດສວນປູກເຂົ້າໃນເນື້ອທີ່ 1,5 ເຮັກຕາ ຜົນຜະລິດໄດ້ 510 ກິໂລ, ປູກເຂົ້ານາປີໃນເນື້ອທ່ີ 3,55 ເຮັກຕາ ຜົນຜະລິດ
ໄດ້ 12.558 ກິໂລ, ປູກໝາກນ້ຳມັນ 880 ຂຸມ, ປູກຕົ້ນໄມ້ໃຫ້ໝາກ 170 ເບ້ຍ, ປູກກ້ວຍ 405 ຂຸມ, ປູກພືດລົ້ມລຸກ 480 ຂຸມ, ຕັ້ງເຮືອນປູກຜັກໃນຮົ່ມ 12 ຫຼັງ ສາ
ມາດປູກຜັກໄດ້ 8.130 ກິໂລ, ມີງົວລ້ຽງ 30 ໂຕ, ສັດປີກ 450 ໂຕ, ເພາະພັນລູກກົບຂາຍອອກໄດ້ 10.500 ໂຕ, ຜະລິດດິນບ໋ອກໄດ້ 7.000 ກ້ອນ ເຂົ້າໃນການກໍ່ສ້າງ
ປັບປຸງພື້ນຖານໂຄງລ່າງຂອງກົມກອງ, ສາມາດສ້າງລາຍຮັບໄດ້ທັງໝົດ 100 ລ້ານກວ່າກີບ ໂດຍທຶນດັ່ງກ່າວບວກກັບງົບປະມານທາງກອງບັນຊາການທະຫານແຂວງ
ແມ່ນໝູນໃຊ້ເຂົ້າໃນວຽກງານລວມຂອງກົມກອງເປັນຕົ້ນແມ່ນປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ, ປັບປຸງກໍ່ສ້າງລະບົບຄ້າຍຄູ, ຫ້ອງການ, ຫ້ອງນໍ້າ, ເສັ້ນທາງເຂົ້າ-
ອອກຄ້າຍ, ສາງເຄື່ອງອຸປະກອນເຕັກນິກ, ປະຕູໂຂງໃຫ້ນັບມື້ແໜ້ນໜາຖາວອນຂຶ້ນເປັນກ້າວໆ.