ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜຶ່ງປີຜ່ານມາ​ກອງຮ້ອຍ 16 ​ທະຫານ​ແຂວງ​ຫົວພັນ​ ມີ​ຜົນງານຫຼາຍດ້ານ

     ກອງຮ້ອຍ 16 ແມ່ນກອງຮ້ອຍໜຶ່ງທີ່ຂຶ້ນກັບ ກອງບັນຊາການ ທະຫານ ແຂວງ ຫົວພັນ, ​ໃນໄລຍະໜຶ່ງປີຜ່ານມາ ຄະນະພັກ-ຄະນະບັນຊາ ໄດ້ຖືເອົາ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຂອບເຂດກົມກອງຮັບຜິດຊອບມີຄວາມປອດໄພໂດຍພື້ນຖານ ໂດຍເລັ່ງໃສ່ເຮັດວຽກງານ ຫັນລົງ
ກໍ່ສ້າງຮາກຖານການເມືອງ ເກັບກຳສະພາບການຕ່າງໆ, ເຄື່ອນໄຫວສູ້ຮົບ ແລະ ແກ້ໄຂສະພາບການເປັນປົກກະຕິ​ ໃນ​ນັ້ນ​ໄດ້ເຄື່ອນໄຫວຕິດຕາມສະພາບ
ການຢູ່ທ້ອງຖິ່ນໄລຍະສັ້ນໄດ້ 5 ຄັ້ງ ມີ 15 ແຮງງານ, ປ້ອງກັນກອງປະຊຸມໃຫຍ່, ວັນບຸນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງ ກອງທັບໄດ້ 38 ຄັ້ງ ມີ
183 ແຮງງານ, ເຜີຍແຜ່ເອກະສານ ຕ່າງໆ 6 ຄັ້ງ ມີ ຜູ້ເຂົ້າຮ່ວມ 310 ສະຫາຍ ແລະ ຜົນງານອື່ນໆ. ນອກນັ້ນ, ຍັງໄດ້ຖືເອົາການຈັດຕັ້ງອົບຮົມ-ຫັດແອບ
ຮໍ່າຮຽນການເມືອງ-ການທະຫານ, ດ້ານ ສິລະປະຍຸດ-ຍຸດທະວິທີ ເປັນສຳຄັນເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຊຳນິຊຳນານໃນການເຄື່ອນໄຫວ ສູ້
ຮົບ ແລະ ສູ້ຮົບມີໄຊ.

     ນອກຈາກ​ນີ້​ແລ້ວ​ຍັງ​ໄດ້​ເອົາ​ໃຈ​ໃສ່ວຽກງານແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ນັບມື້ດີຂຶ້ນ, ຄະນະພັກ-ຄະນະບັນຊາ ພວກເຮົາໄດ້ປະຕິ
ບັດຕາມທິດຊີ້ນຳຂອງ ກົມໃຫຍ່ພະລາທິການ ກໍຄືກອງບັນຊາການວາງອອກເອົາໃຈໃສ່ວຽກງານຄຸ້ມຄອງ, ລ້ຽງດູກຳລັງ, ຮັບປະກັນເຂົ້າກິນ, ເຮັດໃຫ້ອ້າຍ
ນ້ອງໄດ້ກິນເຂົ້າ 3 ຄາບຕໍ່ມື້, ບົນຈິດໃຈເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍເລັ່ງໃສ່ 4 ປູກ 4 ລ້ຽງ ເປັນຕົ້ນຕໍ, ເຊິ່ງມັນ
ສະແດງອອກຜົນງານດັ່ງນີ້: ປູກຕົ້ນໄມ້ອຸດສາຫະກຳ ໄດ້ 100 ກວ່າ ຕົ້ນ ໃນເນື້ອທີ່ 0,8 ເຮັກຕາ, ມີ ໜອງປາ 3 ໜອງປ່ອຍປາແລ້ວ 15 ກິໂລ, ລ້ຽງສັດ
ປີກ 200 ກວ່າໂຕ, ປັດຈຸບັນມີເງິນກອງທຶນໝູນວຽນ 200 ກວ່າລ້ານກີບ, ມີເງິນຄັງ 60 ລ້ານ ກີບ. ໂດຍທຶນດັ່ງກ່າວບວກກັບງົບປະມານທີ່ຂັ້ນເທິງສະ
ໜອງໃຫ້ໝູນໃຊ້ເຂົ້າ ໃນວຽກງານລວມຂອງກົມກອງ ເປັນຕົ້ນແມ່ນການປັບປຸງກໍ່ສ້າງສະຖານທີ່ຄ້າຍຄູໃຫ້ແໜ້ນໜາ ຖາວອນ ໃນນີ້, ສ້າງຫ້ອງນ້ຳໄດ້ 1
ຫຼັງ ມູນຄ່າ 15 ລ້ານກີບ, ມຸງໂຄງເຫຼັກ ໜ້າຫ້ອງການ ມູນຄ່າ 13 ລ້ານກີບ, ສ້ອມແປງປັບປຸງເຮືອນນອນໂສດ, ເຮືອນມ້ຽນລົດ, ເຮືອນຄົວ ມູນຄ່າປະ
ມານ 12 ລ້ານກີບ.

     ສຳລັບທິດທາງແຜນການໃນຕໍ່ໜ້າສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດໄປພ້ອມກັບການປະຕິບັດນະໂຍບາຍ ແລະ ສ້າງໃຫ້ມີຄວາມສາມັກ
ຄີເປັນປຶກແຜນ, ເພີ່ມທະວີການນຳພາ ປັບປຸງບູລະນະອົງການຈັດຕັ້ງມະຫາຊົນທຸກຂັ້ນ ໃຫ້ໄດ້ຕາມຄາດໝາຍຂອງຂັ້ນເທິງວາງອອກ, ເປັນເຈົ້າການນຳພາ
ເຄື່ອນໄຫວເກັບກຳສະພາບຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບ ໂດຍພື້ນຖານເຮັດວຽກປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບໃຫ້ມີຄວາມ
ປອດໄພ 100%, ຍົກສູງຄວາມຮັບຜິດຊອບຕໍ່ການນຳພາປັບປຸງກໍ່ສ້າງພັກ-ພະນັກງານ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງຮອບດ້ານຮັບປະກັນ ໃຫ້
ໄດ້ທັງປະລິມານ ແລະ ຄຸນນະພາບ, ສ້າງໃຫ້ພະນັກງານມີລະດັບຄວາມຮູ້, ຄວາມສາມາດມີຄຸນສົມບັດ-ສິນທຳປະຕິວັດ ຕິດພັນກັບການສຶກສາອົບຮົມການ
ເມືອງ-ນຳພາແນວຄິດ ໃຫ້ໄດ້ 95% ຂຶ້ນໄປ, ວຽກງານອົບຮົມ-ຫັດແອບ ຈະໄດ້ເອົາໃຈໃສ່ ປະຕິບັດຕາມແຜນການອົບຮົມຂອງ ກົມໃຫຍ່ເສນາທິການ
ກອງທັບ ກໍຄືພະແນກອົບຮົມຫ້ອງເສນາທິການທະຫານແຂວງ ກຳນົດ, ສູ້ຊົນສ້າງພະລາທິການກັບທີ ໂດຍອີງໃສ່ເງື່ອນໄຂທ່າແຮງບົ່ມຊ້ອນຂອງກົມກອງ,
ກະຕຸກຊຸກຍູ້ພະນັກງານ, ສະມາຊິກພັກໃນການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ, ກອງວັດທະນະທຳ-ນັກຮົບວັດທະນະທຳ ໃຫ້
ເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ.